ປະທານາທິບໍດີລັດເຊຍແລະຝລັ່ງເຫັນດີເພີ່ມທະວີຕ້ານການກໍ່ການຮ້າຍ

ປະທານາທິບໍດີລັດເຊຍແລະຝລັ່ງເຫັນດີເພີ່ມທະວີຕ້ານການກໍ່ການຮ້າຍ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊ​ຍ Vladimir Putin
ແລະ ​ຄູ່​ຕຳ​ແໜ່ງຝ​ລັ່ງ Francois Hollande
(ພາບ: Reuters)


(vovworld) - ​ຕອນ​ຄ່ຳ​ວັນ​ທີ 26/11, ຢູ່​ວັງ Kremlin, ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊ​ຍ Vladimir Putin ໄດ​້​ມີ​ການ​ເຈ​ລະ​ຈ​າ​ກັບ​ຄູ່​ຕຳ​ແໜ່ງຝ​ລັ່ງ Francois Hollande ໃນ​ການ​ຢ້ຽມ​ຢາມ​ມົດ​ສະ​ກູ ຂອງ​ການ​ນຳ​ຝ​ລັ່ງ, ທີ່​ແກ່​ຍາວ​ພຽງ 2 – 3 ຊົ່ວ​ໂມງ​. ຫົວ​ຂໍ້​ຕົ້ນ​ຕໍ່​ໃນ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ການ​ນຳ 2 ທ່ານ ແມ່ນ​ການ​ຕໍ່​ສູ້​ຕ້ານ​ບັນ​ດາ​ໄພ​ນາບ​ຂູ່ກໍ່​ການ​ຮ້າຍ, ໃນ​ນັ້ນ​ມີ​ເລື່ອງ​ສົມ​ທົບ​ກັນ​ໃນ​ການ​ຕໍ່​ສູ້​ຕ້ານ​ກຸ່ມ​ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ. ນອກ​ຈາກນັ້ນ, 2 ຝ່າຍ​ກໍ​ເຕື້ອງ​ເຖິງ​ບາງ​ບັນ​ຫາ​ອື່ນ​ຄື ຢູ​ແກຼນ, ການ​ປ່ຽນ​ແປ່ງ​ຂອງ​ດິນ​ຟ້າ​ອາ​ກາດ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ, ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ໃຫ້​ຮູ້​ວ່າ, ລັດ​ເຊຍ ແລະ ຝ​ລັ່ງ ໄດ້​ເປັນ​ເອ​ກະ​ພາບ​​ກ່ຽວ​ກັບ​ການ​ຊອກ​ຫາ ແລະ ລົງ​ໂທດ​ບັນ​ດາ​ອາ​ຊະ​ຍາ​ກຳ, ພ້ອມ​ທັງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ Minsk ກ່ຽວ​ກັບ ຢູ​ແກຼນ.

      ສ່ວນ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ Francois Hollande ເນັ້ນ​ໜັກ​ວ່າ, ລັດ​ເຊຍ ແລະ ຝ​ລັ່ງ ຕ້ອງ​ຮ່ວມ​ມື​ໃນ​ການ​ຕໍ່​ສູ້​​ຕ້ານການກໍ່​ການ​ຮ້າຍ ແລະ ​ 2 ປະ​ເທດຈະ​ສົມ​ທົບ​ກັນ​ໃນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຢູ່​ຊີ​ຣີ.

ຂ່າວ/ບົດ​ອື່ນ