ປະທານາທິບໍດີອີຣານ ຮຽກຮ້ອງການເຄົາລົບ ຂອງປະຊາຄົມໂລກ
(ພາບ:pda.vietbao.vn)
(vovworld)- ໃນຄຳປະກາດທຳອິດພາຍຫລັງຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີອີຣານ ເມື່ອວັນທີ 15/6, ປະທານນາທິບໍດີທີ່ຫາກໍ່ໄດ້ຮັບການເລືອກຕັ້ງ Hassan Rohani ໃຫ້ຮູ້ວ່າ: ເລື່ອງທ່ານໄດ້ຮັບການເລືອກຕັ້ງແມ່ນ “ໄຊຊະນະຂອງລັດທິໄກ່ເກ່ຍປອງດອງຕໍ່ລັດທິຫົວຮຸນແຮງ” ພ້ອມທັງຮຽກຮ້ອງໃຫ້ປະຊາຄົມໂລກຕ້ອງເຄົາລົບອີຣານ ແລະ ຮັບຮູ້ບັນດາສິດຂອງປະເທດນີ້. ກ່າວຄຳເຫັນທາງໂທລະພາບ, ທ່ານ Hassan Rohani ຢືນຢັນວ່າ: ປະເທດ ສ.ອິດຊະລາມ ແລະ ບັນດາປະເທດມະຫາອຳນາດອາດຈະ “ເປີດກ້ວາງການພົວພັນອີງບົນຄວາມເຄົາລົບຊື່ງກັນ ແລະ ກັນ” ແລະ “ສ້າງສັນຕິພາບ, ຄວາມສະຫົງບປອດໄພ ແລະ ການພັດທະນໃນໂລກ ແລະ ພາກພື້ນ”.
ພາຍຫລັງທີ່ທ່ານ Hassan Rohani ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີອີຣານ, ທ່ານເລຂາທິການໃຫ່ຍ ສປຊ ບານກີມູນ ໄດ້ຝາກຄຳອວຍພອນໄປຍັງທ່ານ Hassan Rohani ພ້ອມທັງຊຸກຍູ້ໃຫ້ເຕເຮຣານ ຕ້ອງມີບົດບາດ “ສ້າງສັນ” ໃນບັນດາບັນຫາພາກພື້ນ ແລະ ສາກົນ. ໃນວັນດຽວກັນ, ອາເມລິກາ ປະກາດວ່າ ພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາໂດຍກົງກັບລັດຖະບານອີຣານ ກ່ຽວກັບໂຄງການນິວເຄຼຍທີ່ກໍ່ການໂຕ້ຖຽງກັນຂອງປະເທດນີ້ ເພື່ອແນໃສ່ບັນລຸໄດ້ “ມາດຕະການທາງການທູດແກ້ໄຂຄວາມວິຕົກກັງວົນຂອງປະຊາຄົມໂລກກ່ຽວກັບໂຄງການນິວເຄຼຍຂອງອີຣານ”.