
ປະທານາທິບໍດີອາບການິສະຖານ Hamid Karzai
ພາບ:internet
|
(vovworld)- ວັນທີ17/7, ປະທານາທິບໍດີອາບການິສະຖານ Hamid Karzai ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍການປະຕິຮູບການເລືອກຕັ້ງ, ຕາມນັ້ນແລ້ວ ບັນດາຜູ້ຕາງຫນ້າຂອງ ສປຊ ຕ້ອງອອກຈາກຄະນະກຳມະການຮ້ອງທຸກການເລືອກຕັ້ງ(ECC) ຂອງອາບການິສະຖານກ່ອນທີ່ດຳເນີນການເລືອກຕັ້ງປະທານາທິບໍດີຄົນໃຫມ່ຂອງປະເທດນີ້ໃນປີ 2014. ຕາມແຜນການແລ້ວ, ການເລືອກຕັ້ງປະທານາທິບໍດີຢູ່ ອາບການິສະຖານ ຈະດຳເນີນໃນເດືອນ 4/2014. ປະທານາທິບໍດີ Hamid Karzai ບໍ່ອອກສະໝັກຮັບເລືອກຕັ້ງ ຍ້ອນລັດຖະທຳມະນູນປະເທດນີ້ ກຳນົດວ່າ: ປະທານາທິບໍດີ ດຳລົງຕຳແຫນ່ງຫລາຍສຸດ ພຽງ 2 ອາຍຸການເທົ່ານັ້ນ.