ປະທານາທິບໍດີ ລັດເຊຍ ປະຕິເສດທຸກການກ່າວຫາກ່ຽວກັບການແຊກແຊງເຂົ້າໃນການເລືອກຕັ້ງ ອາເມລິກາ

(VOVWORLD) -  ວັນທີ 02 ຕຸລາ, ກ່າວຄຳເຫັນທີ່ເວທີປາໄສເສດຖະກິດຢູ່ ມົດສະກູ, ທ່ານປະທານາທິບໍດີ ລັດເຊຍ Valdimir Putin ເນັ້ນໜັກວ່າ ລັດເຊຍ ພ້ອມແລ້ວທີ່ຈະເຮັດວຽກກັບບໍ່ວ່າປະທານາທິບໍດີຄົນໃດທີ່ໄດ້ຮັບການເລືອກຕັ້ງຂອງ ອາເມລິກາ. ທ່ານ Valdimir Putin ກໍ່ສະແດງຄວາມຫວັງວ່າ ການພົວພັນກັບ ວໍຊິງຕັນ ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນ.

ປະທານາທິບໍດີ ລັດເຊຍ ປະຕິເສດທຸກການກ່າວຫາກ່ຽວກັບການແຊກແຊງເຂົ້າໃນການເລືອກຕັ້ງ ອາເມລິກາ - ảnh 1

  ທ່ານປະທານາທິບໍດີ ລັດເຊຍ Valdimir Putin ( ພາບ: THX/TTXVN)

        ກ່ຽວຂ້ອງເຖິງການໂຕ້ຖຽງກັນຢູ່ ອາເມລິກາ ກ່ຽວກັບການກ່າວຫາທ່ານປະທານາທິບໍດີ Donald Trump ຊອກຫາວິທີແຊກແຊງຂອງ ຢູແກຼນ ທີ່ກ່ຽວຂ້ອງເຖິງການເລືອກຕັ້ງປະທານາທິບໍດີ ອາເມລິກາໃນ 2020, ທ່ານ Valdimir Putin ກໍ່ໄດ້ອອກສຽງປົກປ້ອງຄູ່ຕຳແໜ່ງ ອາເມລິກາ. ທ່ານປະທານາທິບໍດີ Valdimir Putin ຢືນຢັນວ່າ: ທ່ານປະທານາທິບໍດີ Donald Trump ໄດ້ສະເໜີໃຫ້ຜູ້ຮ່ວມງານຄົນໜຶ່ງສືບສວນການສໍ້ລາດບັງຫລວງທີ່ກ່ຽວຂ້ອງເຖິງສະມາຊິກອຳນາດການປົກຄອງຊຸດກ່ອນ. ບໍ່ວ່າການນຳປະເທດໃດ ກໍ່ຕ້ອງປະຕິບັດເຊັ່ນດຽວກັນ. ທ່ານ Putin ກໍ່ໃຫ້ຮູ້ວ່າ: ຈະບໍ່ຄັດຄ້ານເລື່ອງປະກາດເນື້ອໃນຂອງບັນດາການໂອ້ລົມທາງໂທລະສັບລະຫວ່າງທ່ານ ກັບທ່ານປະທານາທິບໍດີ ອາເມລິກາ  ແລະ ຍາມໃດທ່ານກໍ່ຄິດວ່າ ບັນດາໂຄສົກຂອງຕົນ ມີຄວາມສາມາດປະກາດໄດ້ບໍ່ວ່າໃນເວລາໃດ.

ຕອບກັບ

ຂ່າວ/ບົດ​ອື່ນ