ປະທານ EC ກ່າວເຕືອນກຳລັງຄັດຄ້ານເອີລົບພວມຊອກຫາວີທີກະທົບເຖິງການປ່ອນບັດ

(VOVWORLD) -ວັນທີ 05 ມີນາ, ທ່ານປະທານສະພາເອີລົບ Donald Tusk ກ່າວເຕືອນວ່າ “ບັນດາກຳລັງຄັດຄ້ານເອີລົບ” ພວມຊອກຫາວິທີເພື່ອແຊກແຊງເຂົ້າບັນດາການປ່ອນບັດຢູ່ທົ່ວທະວີບດັ່ງກ່າວ

ປະທານ EC ກ່າວເຕືອນກຳລັງຄັດຄ້ານເອີລົບພວມຊອກຫາວີທີກະທົບເຖິງການປ່ອນບັດ - ảnh 1 ທ່ານປະທານສະພາເອີລົບ Donald Tusk

(ພາບປະກອບ: AP)

ພິເສດແມ່ນການເລືອກຕັ້ງລັດຖະສະພາເອີລົບ (EP) ເຊິ່ງຄາດວ່າຈະດຳເນີນໃນເດືອນ ພຶດສະພາ ຈະມາເຖິງ, ພາຍຫຼັງກະທົບເຖິງການປ່ອນບັດກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ, ຫຼືເອີ້ນວ່າ Brexit.

        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Donald Tusk ຢືນຢັນວ່າ “ມີຫຼາຍກຳລັງຄັດຄ້ານເອີລົບ ຢູ່ພາຍນອກພວມຊອກຫາ - ເປີດເຜີຍ ຫຼື ປິດລັບ - ກໍ່ຜົນສະທ້ອນເຖິງບັນດາການເລືອກເຟັ້ນໂດຍປະຊາທິປະໄຕຂອງຊາວເອີລົບ, ຄືດັ່ງເຄີຍປະຕິບັດໃນເຫດການ Brexit (ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ - EU) ແລະ ບາງບັ້ນເລືອກຕັ້ງໃນທົ່ວເອີລົບ”. ບໍ່ເວັ້ນເສຍກໍລະນີທີ່ວ່າ ບັນດາພາກສ່ວນດັ່ງກ່າວອາດສາມາດກະທົບເຖິງການເລືອກຕັ້ງ EP ຈະມາເຖິງ. ທ່ານ Donald Tusk ຮຽກຮ້ອງໃຫ້ທຸກຄົນທີ່ເອົາໃຈໃສ່ເຖິງ EU, ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ໃນການເລືອກຕັ້ງ ແລະ ພາຍຫຼັງການເລືອກຕັ້ງ EP ເພື່ອບໍ່ປະໃຫ້ບັນດາກຳລັງການເມືອງເຊິ່ງໄດ້ຮັບການໜູນຫຼັງຈາກພາຍນອກຕົກລົງບັນດາຂົງເຂດບຸລິມະສິດຫຼັກແຫຼ່ງ ຫຼື ບັນດາທີ່ຕັ້ງການນຳຢູ່ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ