ປາແລດສະຕີນ ຈະມີລັດຖະບານໃໝ່ໃນ 2-3 ສັບປະດາໜ້າ

ປາແລດສະຕີນ ຈະມີລັດຖະບານໃໝ່ໃນ 2-3 ສັບປະດາໜ້າ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 25/5, ຢູ່​ນອກ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ທີ່​ພວມ​ດຳ​ເນີນ​ຢູ່​ຈໍ​ແດນ, ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ຈະ​ສ້າງ​ຕັ້ງ​ລັດຖະບານ​ໃໝ່​ໃນ 2-3 ສັບປະດາ​ໜ້າ. ​ແຕ່​ປະທານາທິບໍດີ ປາ​ແລດ​ສະຕີ​ນ ພັດບໍ່​ໃຫ້​ຮູ້​ຢ່າງ​ລະອຽດ​ກ່ຽວ​ກັບ​ລັດຖະບານ​ໃໝ່​ນີ້, ກ່ອນ​ນັ້ນ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈຳນວນ​ໜຶ່ງ​ຂອງ​ປາ​ແລດ​ສະຕີ​ນ ກໍ່​ຮັບ​ຮູ້​ວ່າ, ທ່ານ Abbas ​ເລີ່​ມມີ​ການ​ທາ​ບທາມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດຖະບານ​ໃໝ່. ຄະນະ​ກຳມະການ​ບໍລິຫານ​ຂອງ​ອົງການ​ປົດ​ປ່ອຍ​ປາ​ແລດ​ສະຕີ​ນ (PLO) ​ແລະ ຄະນະ​ກຳມະການ​ສູນ​ກາງຂອງ​ຂະ​ບວນການ Fatah ຄາດ​ວ່າ​ຈະ​ຈັດການ​ປະຊຸມ​ໃນ​ອາທິດ​ໜ້າ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດຖະບານ​ນີ້.

 

ຂ່າວ/ບົດ​ອື່ນ