ຜັນຂະຫຍາຍໜ້າທີ່ປົກປັກຮັກສາຊາກສົບປະທານໂຮ່ຈິມິນໃຫ້ປອດໄພ

ຜັນຂະຫຍາຍໜ້າທີ່ປົກປັກຮັກສາຊາກສົບປະທານໂຮ່ຈິມິນໃຫ້ປອດໄພ - ảnh 1
(ພິ​ທີ​ສະ​ເຫຼີມ​ສະ​ຫຼອ​ງ 40 ປີ​ແຫ່ງວັນ​ມູນ​ເຊື້ອ ແລະ ຕ້ອນ​ຮັບຫຼຽນ​ໄຊ​
ເອ​ກະ​ລ​າດ​ຊັ້ນ 2 ຂອງ​ຄະ​ນະ​ຄຸ້ມ​ຄອງ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມິນ)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 12/08, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໄດ້​ເຂົ້າ​ຮ່ວມພິ​ທີ​ສະ​ເຫຼີມ​ສະ​ຫຼອ​ງ 40 ປີ​ແຫ່ງວັນ​ມູນ​ເຊື້ອ ແລະ ຕ້ອນ​ຮັບຫຼຽນ​ໄຊ​ເອ​ກະ​ລ​າດ​ຊັ້ນ 2 ຂອງ​ຄະ​ນະ​ຄຸ້ມ​ຄອງ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມິນ (14/08/1976 – 14/08/2016). ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຍ້ອງ​ຍໍ​ພະ​ນັກ​ງານ, ນັກ​ຮົບ, ຄົນ​ງານ​ຂອງ​ຄະ​ນະ​ຄຸ້ມ​ຄອງ​ສຸ​ສານ​ປະ​ທ​ານ​ໂຮ່​ຈິ​ມິນ ລຸ້ນ​ຕ່າງໆ​ ໃນ​ຕະ​ຫຼອດ 40 ປ​ີ​ຜ່​ານ​ມາ​ທີ່ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ຢ່າງ, ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຂອບ​ໃຈ​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ລັດ​ຖະ​ບານ, ປະ​ຊາ​ຊົນ ໂຊວຽດ ໃນ​ເມື່ອ​ກ່ອນ, ສະ​ຫະ​ພັນ​ລັດ​ເຊຍ ໃນ​ປະ​ຈຸ​ບັນ ແລະ ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຂອງ​ລັດ​ເຊຍ ສຳ​ລັບ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ຊາກ​ສົບ​ປະ​ທານ​ໂຮ່​ຈິ​ມິນ​. ກ່ຽວ​ກັບ​ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງວ່າ.

        “ຄະ​ນະ​ຄຸ້ມ​ຄອງ​ສຸ​ສານ​ປະ​ທ​ານ​ໂຮ່​ຈິ​ມິນ ຕ້ອງ​ສຸມ​ໃສ່​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເຊິ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ໄດ້ມອບ​ໝາຍ​ໃຫ້ ກ່ຽວກ​ັບ​ການ​ຊີ້​ນຳປະ​ຕິ​ບັດ​ໜ້າ​ທີ່​ປົກປັກ​ຮັກ​ສາ​ ຊາກ​ສົບ​ປະ​ທານ​ໂຮ່​ຈິ​ມິນ ຢ່າງ​ປອດ​ໄພ​ໃນ​ໄລ​ຍະ​ຍາວ​ ແລະ ເສີມ​ຂະ​ຫຍາຍ​ຄວາມ​ໝາຍດ້ານ​ການ​ເມືອງ, ວັດ​ທະ​ນະ​ທຳ​ຂອງ​ກິດ​ຈະ​ກຳ​ສຸ​ສານ​ໃນ​ໄລ​ຍະ​ໃໝ່. ຍົກ​ສູງ​ສະ​ຕິ​ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ, ເ​ປັນ​ເຈົ້າ​ການ, ມີ​ຫົວ​ຄິດ​ປະ​ດິດ​ສ້າ​ງ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ໜ້າ​ທີ່, ພ້ອມ​ທັງ​ປົກ​ປັກ​ຮັກ​ສາ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ກັບ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ສາ​ທາ​ລະ​ນະ​ສຸ​ກ​ສະ​ຫະ​ພັນ​ລັດ​ເຊຍ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ພາຍ​ໃນ​ປະ​ເທດ ເພື່ອ​ແນ​ໃສ່​ຮັບ​ເອົາ​ຄວາມ​ຮູ້, ຮ່ຳ​ຮຽນ​ເ​ອົາ​ບົດ​ຮຽນ​ເພື່ອ​ເປັນ​ເຈົ້າ​ການ, ກ້າວ​ໄປ​ເຖິງ​ເປັນ​ເຈົ້າ​ການ​ເພື່ອ​ປະ​ຕິ​ບັດ​ສຳ​​ເລັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ຊາ​ກ​ສົບ​ປະ​ທານ​ໂຮ່​ຈິ​ມິນ ໃຫ້​ປອດ​ໄພ”.

ຂ່າວ/ບົດ​ອື່ນ