
ການລົງປະຊາມະຕິຢູ່ໄທເມື່ອວັນທີ 7/8 ຜ່ານມາ
(ພາບ: EPA)
(vovworld) – ຕອນບ່າຍວັນທີ 10/8, ຄະນະກຳມະການເລືອກຕັ້ງໄທ (TEC) ໄດ້ປະກາດໝາກຜົນສຸດທ້າຍຂອງການລົງປະຊາມະຕິກ່ຽວກັບຮ່າງລັດຖະທຳມະນູນສະບັບໃໝ່, ເອກະສານນີ້ໄດ້ຮັບການສະໜັບສະໜູນຈາກຈຳນວນ 61,35 ຜູ້ມີສິດເລືອກຕັ້ງ. ໝາກຜົນນີ້ໄດ້ຮັບການຕີລາຄາແມ່ນໄຊຊະນະຂອງທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ໃນ “ການທົດລອງ” ໃຫຍ່ສຸດຂອງຫາງສຽງນັບແຕ່ເມື່ອທ່ານຂຶ້ນກຳອຳນາດເມື່ອປີ 2014 ພາຍຫຼັງເກີດການກໍ່ລັດຖະປະຫານ.
ນີ້ແມ່ນການລົງປະຊາມະຕິຄັ້ງທີ 2 ກ່ຽວກັບລັດຖະທຳມູນຢູ່ໄທ. ອັດຕາຜູ້ເຂົ້າຮ່ວມການປ່ອນບັດບັນລຸ 59%. ດ້ວຍໝາກຜົນນີ້, ຮ່າງລັດຖະທຳມະນູນທີ່ອຳນາດການປົກຄອງການທະຫານຂອງໄທ ຫາກໍ່ຍົກອອກມາເພື່ອລົງປະຊາມະຕິຈະກາຍເປັນລັດຖະທຳມະນູນທີ 20 ໃນປະຫວັດແຫ່ງການສ້າງລັດຖະທຳມະນູນຂອງປະເທດນີ້, ເລີ່ມແຕ່ຕົ້ນປີ 1932. ພາຍຫຼັງການລົງປະຊາມະຕິຄັ້ງນີ້, ທ່ານນາຍົກລັດຖະມົນຕີ ປຣາຢຸດ ປະກາດປະເທດນີ້ຈະຈັດຕັ້ງການເລືອກຕັ້ງທົ່ວປະເທດໃນເດືອນ 11/2017.