ຜູ້ວາງແຜນບຸກໂຈມຕີສະໜາມບິນຢູ່ຕວກກີແມ່ນບຸກຄົນຫົວຮຸນແຮງChechnya

ຜູ້ວາງແຜນບຸກໂຈມຕີສະໜາມບິນຢູ່ຕວກກີແມ່ນບຸກຄົນຫົວຮຸນແຮງChechnya - ảnh 1
ຕຳຫຼວດຕວກກີ ໃນບັ້ນຮົບກວາດລ້າງພວກກໍ່ການຮ້າຍ
(ພາບ: Anadolu Agency/ສຳນັກຂ່າວສານຫວຽດນາມ)

(vovworld) – ​ ທ່ານ Michael McCaul, ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ ສະພາ​ຕຳ່ ອາ​ເມ​ລິ​ກາ ປະກາດ​ວ່າ: ບຸກຄົນຫົວ​ຮຸນ​ແຮງ​ຊາວ Chechnya Akhmed Chatayev ​ແມ່ນ​ຜູ້​ວາງ​ແຜນ​ວາງ​ລະ​ເບີດ​ສະ​ຫຼະຊີບ​ຢູ່​ສະໜາມ​ບິນ Ataturk ຢູ່​ນະຄອນ Istanbul, ປະ​ເທດ​ຕວກກີ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 44 ຄົນ​ເສຍ​ຊີວິ​ດ. ກ່າວ​ຄຳ​ເຫັນ​ໃນ​ຊ່ອງ​ໂທລະ​ພາບ CNN ​ໃນ​ວັນ​ທີ 1/7, ທ່ານ​ສະມາຊິກ​ສະພາ​ແຫ່ງ​ຊາດ McCaul ​ໃຫ້​ຮູ້​ວ່າ: Chatayev ​ໄດ້​ຊີ້​ນຳ​ການວາງ​ລະ​ເບີດ ​ແລະ ຍິງ​ປືນ​ໃນ​ຄຳ່​ຄືນ​ວັນ​ທີ 28/6 ຢູ່​ສະໜາມ​ບິນ Ataturk, ​ແຕ່​ປະຈຸ​ບັນ​ບໍ່​ທັນ​ຮູ້​ຜູ້​ນີ້​ພວມ​ລີ້​ຕົວ​ຢູ່​ໃສ. ສື່​ມວນ​ຊົນ​ຕວກກີ ​ແລະ ຊູ​ແອດ ​ກໍ່​ໄດ້​ຢັ້ງຢືນ​ວ່າ Chatayev ​ແມ່ນ​ຜູ້​ຈັດ​ຕັ້ງ​ບັນດາ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ອຳນາດ​ການ​ປົກຄອງ Ankara ບໍ່​ໄດ້​ຢັ້ງຢືນ​ການ​ກ່ຽວຂ້ອງ​ຂອງ​ບຸກຄົນ​ນີ້​ເທື່ອ.


ຂ່າວ/ບົດ​ອື່ນ