ຜູ້ອາສາສະໝັກນະຄອນໂຮ່ຈິມິນ ກວ່າ 5000 ໄດ້ຄົນເຂົ້າຮ່ວມ ການຍ່າງເພື່ອສ້າງກອງທຶນສຶກສາ “ ຕໍ່ພະລັງແຮງໄປໂຮງຮຽ

ຜູ້ອາສາສະໝັກນະຄອນໂຮ່ຈິມິນ ກວ່າ 5000 ໄດ້ຄົນເຂົ້າຮ່ວມ ການຍ່າງເພື່ອສ້າງກອງທຶນສຶກສາ “ ຕໍ່ພະລັງແຮງໄປໂຮງຮຽ - ảnh 1
ຜູ້​ອາສາ​ສະໝັກ​ນະຄອນ​ໂຮ່ຈິ​ມິນ

(vovworld)- ຜູ້​ອາສາ​ສະໝັກ​ນະຄອນ​ໂຮ່ຈິ​ມິນ ກວ່າ 5000 ​ໄດ້ຄົນເຂົ້າຮ່ວມ ການຍ່າງ​ເພື່ອ​ສ້າງ​ກອງ​ທຶນ​ສຶກສາ “ ຕໍ່​ພະລັງ​ແຮງ​ໄປ​ໂຮງຮຽນ” ​ໂດຍ​ຄະນະ​ຊາວ​ໜຸ່ມ, ສະຫະພັນ​ຊາວ​ໜຸ່ມ​ຫວຽດນາມ, ສະມາຄົມ​ນັກ​ສຶກສາ​ຫວຽດນາມ, ໜັງສືພິມ​ໄວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ​ສົມທົບ​ກັນ​ຈັດ​ຂຶ້ນ. ທີ່​ພິທີ​ໄຂ, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ທຶນ​ສຶກສາ​ໃຫ້​ແກ່ 5 ​ເມືອງ​ຊານ​ນະຄອນ, ​ແຕ່​ລະ​ຫົວ​ໜ່ວຍ 50 ລ້ານ​ດົງ, ພ້ອມ​ກັນ​ນັ້ນ ກໍ​ມອບ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ​, ​ເດັກນ້ອຍເກືອ​ບ 80 ຄົນທີ່​ມີ​ສະພາບ​ຫຍຸ​້ງຍາກ. ທ້າວຫງວຽນ​ກວາງ​ຊາງ ຢູ່​ຄະນະ​ຊາວ​ໜຸ່ມເມືອງ ກໍ​ເວິບ ​ໃຫ້​ຮູ້​ວ່າ :

   “ ນ້ອງ​​ເຫັນ​ວ່າ​ມີ​ຄວາມ​ມວ່ນ​ຊື່ນທີ່​ສຸດ​ເມື​່ອ ຄະນະ​ຊາວ​ໜຸ່ມນະຄອນ ​ແລະ ບັນດາ​ຫົວໜ່ວຍ​ອຸປະຖຳ​ໄດ້​ຈັດການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຄື​ໃນ​ວັນ​ນີ້. ​ເພື່ອ​ໃຫ້​ພວກ​ນ້ອງ​ໄດ້​ປະກອບ​ສ່ວນ​ໜ້ອຍ​ໜຶ່ງ​ເພື່ອ​ຊ່ວຍ​ເຫຼືອ​ພວກ​ນ້ອງ​ນັກຮຽນ​ທີ່​ຍາກ​ຍາກ​ໃນ​ການ​ຮ່ຳຮຽນ​ໃນ​ສົກຮຽນ​​ໃໝ່​ນີ້ ”

 ປີ 2014 , ​ໂຄງການ​ຈະ​ມອບ​ທຶນ​ສຶກສາ​1750 ທຶນໃຫ້​​ແກ່ນັກຮຽນ, ນັກ​ສຶກສາ​ ທີ່​ມີ​ສະພາບ​ຫຍຸ​້ງຍາກລວມມູນ​ຄ່າ​ກວ່າ 8,7 ຕື້​ດົງ. 
ຂ່າວ/ບົດ​ອື່ນ