ຝ​ລັ່ງ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ຫວຽດ​ນາມ

(VOVWORLD) -ທ່ານນາງສະມາຊິກສະພາສູງ Catherine Deroche ຕີລາຄາການຢ້ຽມຢາມ ສ.ຝລັ່ງຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນເປີດສາກໃຫ້ການເຊື່ອມຕໍ່ບັນດາການຢ້ຽມຢາມຂັ້ນສູງ ລະຫວ່າງສອງປະເທດ ພາຍຫຼັງຖືກຢຸດຕິຍ້ອນໂລກລະບາດໂຄວິດ - 19 ມາເປັນໄລຍະໜຶ່ງ.
ຝ​ລັ່ງ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຝລັ່ງ Jean Castex 

ເມື່ອແລກປ່ຽນກັບນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳ ຝລັ່ງ ເນື່ອງໃນໂອກາດໄປຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານນາງ Catherine Deroche, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ ຫວຽດນາມ ຂອງ ສະພາສູງ ຝລັ່ງ, ຍົກສູງການພົວພັນຂະຫຍັນຂັນເຄື່ອນ ພວມນັບມື້ນັບໄດ້ຮັບການປັບປຸງລະຫວ່າງສອງປະເທດ.

ທ່ານນາງສະມາຊິກສະພາສູງ Catherine Deroche ຕີລາຄາການຢ້ຽມຢາມ ສ.ຝລັ່ງຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນເປີດສາກໃຫ້ການເຊື່ອມຕໍ່ບັນດາການຢ້ຽມຢາມຂັ້ນສູງ ລະຫວ່າງສອງປະເທດ ພາຍຫຼັງຖືກຢຸດຕິຍ້ອນໂລກລະບາດໂຄວິດ - 19 ມາເປັນໄລຍະໜຶ່ງ. ໃນປີ 2018, ສອງປະເທດໄດ້ມີບັນດາການພົບປະສອງຝ່າຍພິເສດຢູ່ຂັ້ນສູງສຸດ, ດ້ວຍການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝຸຈ້ອງ (ໃນເດືອນມີນາ ປີ 2018), ຖັດຈາກນັ້ນແມ່ນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຝລັ່ງ Édouard Philippe (ເດືອນພະຈິກ ປີ 2018).

ກ່ຽວກັບການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ທ່ານນາງປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຝລັ່ງ ຫວຽດນາມ ຂອງສະພາສູງຝລັ່ງ ໄດ້ເນັ້ນໜັກວ່າ ມີແຕ່ວິທີສຳຜັດກັບວັກຊິນກັນໂຄວິດ - 19 ໃນທົ່ວໂລກຢ່າງສະເໝີພາບ, ພິເສດແມ່ນການປົກປ້ອງສຸຂະພາບຂອງພະນັກງງານການແພດ ແລະ ຄົນທີ່ມີຄວາມສ່ຽງຕິດເຊື້ອສູງ ຈຶ່ງສາມາດຫຼຸດຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ສຸຂະພາບຂອງປະຊາຄົມ ແລະ ພື້ນຖານເສດຖະກິດໄດ້.

ເມື່ອປຶກສາຫາລືກ່ຽວກັບນະໂຍບາຍຂອງ EU ເວົ້າລວມ ແລະ ຝລັ່ງເວົ້າສະເພາະມຸ່ງໄປເຖິງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ໃນນັ້ນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ຫວຽດນາມ ແມ່ນປະຕູເຂົ້າອອກ, ທ່ານນາງ Catherine Deroche ໄດ້ຕີລາຄາວ່າ ພາກພື້ນີ້ພວມນັບມື້ນັບຢັ້ງຢືນໄດ້ບົດບາດຍຸດທະສາດໃນຍຸກສະໄໝ 21. ທ່ານນາງ Catherine Deroche ກໍ່ເນັ້ນໜັ້ກກັບ ຫວຽດນາມວ່າ ຝລັ່ງ ຍັງມີຄວາມເອົາໃຈໃສ່ຕໍ່ສະພາບການຢູ່ທະເລຕາເວັນ ແລະ ຢຶດໝັ້ນກັບທັດສະນະແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສິດເສລີໃນການເດີນເຮືອ ແລະ ການບິນຕາມຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ