ທ່ານປະທານາທິບໍດີ ຝະລັ່ງ Francois Hollande
(ພາບ: AP)
(vovworld) – ທ່ານປະທານາທິບໍດີ ຝະລັ່ງ Francois Hollande ໄດ້ແຕ່ງຕັ້ງທ່ານອະດີດນາຍົກລັດຖະມົນຕີ Jean-Marc Ayrault ດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແທນໃຫ້ທ່ານ Laurent Fabius, ພາຍຫລັງທ່ານ Laurent Fabius ໄດ້ຮັບການແຕ່ງຕັ້ງເປັນປະທານສານລັດຖະທຳມະນູນ. ຂໍ້ຕົກລົງ 2 ສະບັບດັ່ງກ່າວ ທີ່ກ່ຽວຂ້ອງເຖິງທ່ານ Laurent Fabius ແລະ ທ່ານ Jean-Marc Ayrault ແມ່ນບັນດາຂໍ້ຕົກລົງທີ່ໄດ້ການລໍຖ້າ ແລະ ສື່ມວນຊົນ ຝະລັ່ງ ໃຫ້ຂ່າວຫລາຍທີ່ສຸດໃນຊຸມວັນມໍ່ໆມານີ້.
ນອກຈາກນັ້ນ, ທ່ານນາງ Emmanuelle ເລຂາທົ່ວປະເທດພັກຂຽວ ກໍ່ໄດ້ຮັບດຳລົງຕຳແໜ່ງເປັນລັດຖະມົນຕີວ່າການກະຊວງເຄຫະສະຖານ; ທ່ານ Jeam – Vincent Place ດຳລົງຕຳແໜ່ງເປັນ ລັດຖະມົນຕີຮັບຜິດຊອບດ້ານປະຕິຮູບແຫ່ງລັດ; ທ່ານນາງ Barbara Pomlini ດຳລົງຕຳແໜ່ງເປັນລັດຖະມົນຕີຮັບຜິດຊອບການພົວພັນສາກົນກ່ຽວກັບດິນຟ້າອາກາດ.