ພັດ​ທະ​ນາ​ຕາ​ໜ່າງ​ບັນ​ດາ​ນະ​ຄອນ​ປະ​ດິ​ດ​ຄິດ​ສ້າງ ອີງ​ໃສ່ 3 ເສົາ​ຄ້ຳ​ຕົ້ນ​ຕໍ: ອອກ​ແບບ, ​ຊຸ​ມ​ຊົນ, ປະ​ດິດ​ຄິດ​ສ້າງ

(VOVWORLD) - ເວທີປາໄສໄດ້ຈັດຂຶ້ນ ເພື່ອແນໃສ່ເຮັດແຈ້ງຄວາມສຳຄັນຂອງຂົງເຂດວັດທະນະທຳ  ແລະ ປະດິດຄິດສ້າງ ສຳລັບການພັດທະນາຕົວເມືອງ ແລະ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ຢູ່ບັນດາປະເທດສະມາຊິກ ອາຊຽນ.
ພັດ​ທະ​ນາ​ຕາ​ໜ່າງ​ບັນ​ດາ​ນະ​ຄອນ​ປະ​ດິ​ດ​ຄິດ​ສ້າງ ອີງ​ໃສ່ 3 ເສົາ​ຄ້ຳ​ຕົ້ນ​ຕໍ: ອອກ​ແບບ, ​ຊຸ​ມ​ຊົນ, ປະ​ດິດ​ຄິດ​ສ້າງ - ảnh 1ບັນຍາກາດເວທີປາໄສ (ພາບ: VGP)

ວັນທີ 18 ພະຈິກ, ເວທີປາໄສຕາໜ່າງບັນດານະຄອນປະດິດຄິດສ້າງຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປະຈຳ ຮ່າໂນ້ຍ ດ້ວຍຫົວຂໍ້ “ສ້າງສາຕົວເມືອງຄືນໃໝ່ ແລະ ພັດທະນາແບບຍືນຍົງ” ໄດ້ຈັດຂຶ້ນຢູ່ຫໍພິພິທະພັນ ຮ່າໂນ້ຍ. ເຫດການມີການເຂົ້າຮ່ວມຂອງຜູ້ແທນ ຫວຽດນາມ ກວ່າ 100 ທ່ານ ແລະ ຜູ້ແທນຕ່າງປະເທດກວ່າ 20 ທ່ານ. ເວທີປາໄສໄດ້ຈັດຂຶ້ນ ເພື່ອແນໃສ່ເຮັດແຈ້ງຄວາມສຳຄັນຂອງຂົງເຂດວັດທະນະທຳ  ແລະ ປະດິດຄິດສ້າງ ສຳລັບການພັດທະນາຕົວເມືອງ ແລະ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ຢູ່ບັນດາປະເທດສະມາຊິກ ອາຊຽນ.

ເມື່ອແລກປ່ຽນຢູ່ທີ່ເວທີປາໄສ, ບັນດາຜູ້ແທນຖືວ່າ, ການພັດທະນາຕາໜ່າງບັນດານະຄອນປະດິດຄິດສ້າງ ຮຽກຮ້ອງຕ້ອງອີງໃສ່ 3 ເສົາຄ້ຳ, ນັ້ນແມ່ນ: ການອອກແບບ, ຊຸມຊົນ, ປະດິດຄິດສ້າງ, ປະກອບສ່ວນສ້າງເງື່ອນໄຂດີທີ່ສຸດ ໃຫ້ບັນດານັກປະດິດຄິດສ້າງໜຸ່ມ ສາມາດເສີມຂະຫຍາຍກຳລັງບົ່ມຊ້ອນຂອງຕົນຢ່າງງ່າຍດາຍ, ສ້າງຫຼາຍເຂດດຳລົງຊີວິດທີ່ດີກວ່າໃຫ້ແກ່ປະຊາຊົນນະຄອນ, ຜ່ານນັ້ນ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ