ພິທີກໍ່ສ້າງສຳເລັດ, ມອບຮັບຫໍມິດຕະພາບຫວຽດນາມ-ຈີນ

(VOVWORLD) -ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ, ຕອນບ່າຍວັນທີ 12 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີກໍ່ສ້າງສຳເລັດ, ມອບຮັບຫໍມິດຕະພາບ ຫວຽດນາມ - ຈີນ ແລະ ເປີດສະຫລອງຫໍວັດທະນະທຳຈີນ ຢູ່ ຮ່າໂນ້ຍ.

ພິທີກໍ່ສ້າງສຳເລັດ, ມອບຮັບຫໍມິດຕະພາບຫວຽດນາມ-ຈີນ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີ

ຫໍມິດຕະພາບ ຫວຽດນາມ - ຈີນ ແມ່ນກິດຈະກຳຂອງນ້ຳໃຈມິດຕະພາບຫວຽດນາມ -ຈີນ. ກິດຈະກຳນີ້ໄດ້ຮັບການປະຕິບັດດ້ວຍແຫລ່ງທຶນຊ່ວຍເຫລືອຫລ້າຂອງລັດຖະບານຈີນ ແລະ ທຶນສົມທົບຂອງຫວຽດນາມ, ໄດ້ຮັບການກໍ່ສ້າງໃນເນື້ອທີ່ກວ່າ 3,3 ເຮັກຕາ. ພາຍຫລັງໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການ, ຫໍມິດຕະພາບ ຫວຽດນາມ - ຈີນ ຈະແມ່ນບ່ອນຈັດຕັ້ງບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ວັດທະນະທຳ, ສິລະປະ ແລະ ກອງປະຊຸມ, ການ ສຳມະນາ.  

ທີ່ພິທີ, ທ່ານ ເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະ, ແລກປ່ຽນກັບບັນດາຜູ້ແທນເຂົ້າຮ່ວມເວທີປາໄສປະຊາຊົນຫວຽດນາມ - ຈີນ ແລະ ນັກຮຽນຮູ້, ປັນຍາຊົນຈຳນວນຫນຶ່ງທີ່ໄດ້ມີການປະກອບສ່ວນຕັ້ງຫນ້າໃຫ້ແກ່ການພົວພັນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ