ພິທີສະເຫນີຕົວປື້ມເລື່ອງກ່ຽວ(TruyenKieu)ແປ່ເປັນພາສາລັດເຊຍ

ພິທີສະເຫນີຕົວປື້ມເລື່ອງກ່ຽວ(TruyenKieu)ແປ່ເປັນພາສາລັດເຊຍ - ảnh 1
ນັກ​ແປ່​ພາ​ສາ ຊາວ​ລັດ​ເຊຍ Vasili Popov

 (vovworld)-  ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 250 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ນັກ​ກະ​ວີ​ຜູ້​ຍິ່ງໃຫຍ່​ຫງວຽນ​ຢູ​ (1766-2016), ວັນ​ທີ 6/11,  ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຮ່າ​ຕີ໋ງ ແລະ ສະ​ພາ​ມະ​ຫາ​ບັນ​ດີດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫ​ນີ​ຕົວ​ປື້ມ ເລື່ອງ​ກ່ຽວ ຖືກ​ແປ່​ເປັນ​ພາ​ສາ​ລັດ​ເຊຍ. ນີ້​ແມ່ນ​ກິດ​ຈະ​ກຳ​ຂອງ​ຫນ່ວຍ​ແປ່​ພາ​ສາ ຫວຽດ​ນາມ - ລັດ​ເຊຍ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ດ​ຣ ຫງວຽນ​ຮູຍ​ຮ່​ວາງ, ຜູ້​ຮຽບ​ຮຽງ​ປື້ມ​ເລື່ອງ​ກຽວ​ແປ່​ເປັນ​ພາ​ສາ​ລັດ​ເຊຍ ໃຫ້​ຮູ້​ວ່າ:

        “ປື້ມ​ເລື່ອງ​ກຽວ​ຖືກ​ແປ່​ໃນ​ໄລ​ຍະ​ສັ້ນ ສະ​ນັ້ນ​ອາດ​ຈະ​ມີ​ຂ​ໍ້​ຂາດ​ຕົກ​ບົກ​ຜ່ອງ, ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ໄດ້​ຮັບ​ຄຳ​ເຫັນ​ປະ​ກອບ​ຈາກ​ຜູ້​ອ່ານ ເພື່ອ​ເຮັດ​ໃຫ້​ປ​ື້ມ​ເລື່ອງ​ກຽວ​ສົມ​ບູນ​ແບບກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ເລື່ອງ​ກຽວ​ແປ່​ເປັນ​ພາ​ສາ​ລັດ​ເຊຍ ໄດ້​ພິມ​ຈຳ​ຫນ່າຍ​ໃນ​ໂອ​ກາດນີ້ ແມ່ນ​ກົງ​ກັບ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລັດ​ເຊຍ ສະ​ນັ້ນ ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ນີ້​ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫລວງ.”

ຂ່າວ/ບົດ​ອື່ນ