ພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໄດ້ຍົກໃຫ້ເຫັນຄວາມໝາຍປະຫວັດສາດຂອງເລື່ອງ ສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ກ່ອນນີ້ 73 ປີ
ພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ - ảnh 1(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ)

        ວັນທີ 23 ກຸມພາ, ຢູ່ ປັກກິງ, ປະເທດຈີນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2023).

        ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຟ້າມຊາວມາຍ ໄດ້ຍົກໃຫ້ເຫັນຄວາມໝາຍປະຫວັດສາດຂອງເລື່ອງ ສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ກ່ອນນີ້ 73 ປີ, ຕີລາຄາສູງໝາກຜົນການຮ່ວມມືສຳຄັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ພິເສດແມ່ນການໄປຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເມື່ອເດືອນ ພະຈິກ 2022, ໄດ້ຊຸກຍູ້ຢ່າງແຮງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ.

        ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືກັບພັກ, ລັດ ແລະ ປະຊາຊົນ ຈີນ. ທ່ານສະເໜີໃຫ້ 2 ຝ່າຍເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ຮ່ວມມືດ້ານການທ່ອງທ່ຽວ, ຄວບຄຸມ ແລະ ແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ ບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ສອດຄ່ອງກັບກົດໝາຍສາກົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ