ພິທີເລີ່ມເຄື່ອນໄຫວ ປີ 2018ເຮັດໃຫ້ໂລກສະອາດກວ່າ

(VOVWORLD) -ຕອນເຊົ້າວັນທີ 15 ກັນຍາ ຢູ່ ຕາແສງ ຈີກົງ ເມືອງ ຕູຍຟອງ ແຂວງ ບີງທ້ວນ, ສູນກາງຊາວຫນຸ່ມກອມມູນິດໂຮ່ຈິມີນ ໄດ້ສົມທົບກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ຄະນະກຳມະການປະຊາຊົນແຂວງ ບີງທ້ວນ ຈັດຕັ້ງພິທີເລີ່ມເຄື່ອນໄຫວວຽກງານອາສາສະໝັກໃນມື້ວັນເສົາໃນທົ່ວປະເທດເພື່ອຕອບສະຫນອງຂະບວນການເຮັດໃຫ້ໂລກສະອາດກວ່າ ໃນປີ 2018.

ພິທີເລີ່ມເຄື່ອນໄຫວ ປີ 2018ເຮັດໃຫ້ໂລກສະອາດກວ່າ  - ảnh 1 ຊາວຫນຸ່ມເຮັດອະນາໄມເພື່ອໃຫ້ເຂດຊົນນະບົດສະອາດກວ່າ

ພາບ:Thảo Vy

ຂະບວນການດັ່ງກ່າວ ດ້ວຍຫົວຂໍ້ວ່າ: “ຄຸ້ມຄອງຂີ້ເຫຍື້ອເພື່ອສະພາບແວດລ້ອມຢູ່ເຂດຊົນນະບົດແບບຍືນຍົງ” ແມ່ນເນັ້ນຫນັກເຖິງບົດບາດສຳຄັນຂອງວຽກງານຄຸ້ມຄອງສິ່ງແວດລ້ອມ, ພິເສດແມ່ນວຽກງານຄຸ້ມຄອງຂີ້ເຫຍື້ອຢູ່ເຂດຊົນນະບົດ. ພິທີເລີ່ມເຄື່ອນໄຫວເຮັດໃຫ້ໂລກສະອາດກວ່າ ແມ່ນເສີມຂະຫຍາຍບົດບາດປະຈັນບານ, ອາສາສະໝັກຂອງຊາວຫນຸ່ມ, ເຍົາວະຊົນໃນການເຂົ້າຮ່ວມປົກປັກຮັກສາສິ່ງແວດລ້ອມ, ພ້ອມທັງຮຽກຮ້ອງວົງຄະນາຍາດຮ່ວມແຮງຮ່ວມໃຈເຂົ້າຮ່ວມການເຄື່ອນໄຫວ ປະກອບສ່ວນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນ ແລະ ຕ້ານໄພທຳ+ມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ