ພື້ນຖານເສດຖະກິດ ຫວຽດນາມ ຍັງໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງຕໍ່ໜ້າຄວາມຂາດສະຖຽນລະພາບຂອງສະພາບແວດລ້ອມພາຍນອກ

(VOVWORLD) - ການຟື້ນຟູທີ່ເປັນສະຖຽນລະພາບຂອງພື້ນຖານເສດຖະກິດ ຫວຽດນາມ ທີ່ບັນລຸໄດ້ນັ້ນ ແມ່ນຍ້ອນການຜະລິດອຸດສາຫະກຳໄດ້ຮັບການປັບປຸງ ແລະ ການຄ້າເພີ່ມຂຶ້ນຢ່າງແຮງ.
ພື້ນຖານເສດຖະກິດ ຫວຽດນາມ ຍັງໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງຕໍ່ໜ້າຄວາມຂາດສະຖຽນລະພາບຂອງສະພາບແວດລ້ອມພາຍນອກ - ảnh 1(ທີ່ການຖະແຫຼງຂ່າວປະກາດບົດລາຍງານ)

        ພື້ນຖານເສດຖະກິດ ຫວຽດນາມ ໄດ້ຟື້ນຟູຢ່າງແຮງໃນ 6 ເດືອນຕົ້ນປີ 2024 ແລະ ສືບຕໍ່ຮັກສາທ່າເຕີບໂຕ, ໂດຍບໍ່ຫົວຊາຕໍ່ຄວາມຂາດສະຖຽນລະພາບໃນທົ່ວໂລກ. ການເຕີບໂຕເສດຖະກິດຂອງ ຫວຽດນາມ ຍັງຕັ້ງໜ້າຢູ່, ດ້ວຍຍອດຜະລິດຕະພັນພາຍໃນ (GDP) ຄາດວ່າບັນລຸ 6,0% ໃນປີ 2024 ແລະ  6,2% ໃນປີ 2025. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາໃນບົດລາຍງານແງ່ຫວັງການພັດທະນາອາຊີ (ADO) ເດືອນ ກັນຍາ ໂດຍທະນາຄານພັດທະນາອາຊີ (ADB) ປະຈຳ ຫວຽດນາມ ປະກາດໃນຕອນເຊົ້າວັນທີ 25 ກັນຍາ, ຢູ່ ຮ່າໂນ້ຍ.

        ຕາມບົດລາຍງານແລ້ວ, ການຟື້ນຟູທີ່ເປັນສະຖຽນລະພາບຂອງພື້ນຖານເສດຖະກິດ ຫວຽດນາມ ທີ່ບັນລຸໄດ້ນັ້ນ ແມ່ນຍ້ອນການຜະລິດອຸດສາຫະກຳໄດ້ຮັບການປັບປຸງ ແລະ ການຄ້າເພີ່ມຂຶ້ນຢ່າງແຮງ. ທ່ານ ຫງວຽນບາຮຸ່ງ, ຫົວໜ້ານັກຊ່ຽວຊານເສດຖະກິດຂອງ ADB ປະຈຳ ຫວຽດນາມ ຖືວ່າ, ອຸດສາຫະກຳກຳນົດທິດການສົ່ງອອກ ຍັງແມ່ນກຳລັງໜູນເຕີບໂຕຕົ້ນຕໍຂອງເສດຖະກິດ ຫວຽດນາມ.

        ຄາດວ່າ, ອຸດສາຫະກຳຈະບັນລຸການເຕີບໂຕ 7,3% ໃນປີ 2024 ແລະ ສືບຕໍ່ຢູ່ໃນລະດັບ 7,5% ໃນປີ 2025. ທຶນ FDI ທີ່ຈົດທະບຽນໃນ 8 ເດືອນຕົ້ນປີ 2024 ບັນລຸ 20,5 ຕື້ USD, ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ກໍ່ຕາມນັກຊ່ຽວຊານຂອງ ADB ແລ້ວ, ເສດຖະກິດ ຫວຽດນາມ ໄດ້ຮັບການຟື້ນຟູ ກໍ່ຍ້ອນການຟື້ນຟູຂອງບັນດາຂະແໜງການບໍລິການ ແລະ ປະລິມານກະສິກຳທີ່ມີສະຖຽນລະພາບ. ຄາດວ່າ, ການບໍລິການຈະສືບຕໍ່ເພີ່ມຂຶ້ນ 6,6% ຍ້ອນການຟື້ນຟູການທ່ອງທ່ຽວ ແລະ ບັນດາການບໍລິການທີ່ກ່ຽວຂ້ອງ… ຄາດວ່າ, ໄພເງິນເຟີ້ຈະເພີ່ມຂຶ້ນບໍ່ຫຼາຍຢູ່ລະດັບ 4% ໃນ 2 ປີ 2024 ແລະ  2025.

ຕອບກັບ

ຂ່າວ/ບົດ​ອື່ນ