ພົບປະແລກປ່ຽນກັບເພື່ອນມິດສາກົນເນື່ອງໃນໂອກາດສະເຫລີມສະຫລອງ40ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ
(ພາບປະກອບ)
(vovworld)- ຕອນບ່າຍວັນທີ 30/4, ສະຫະພັນບັນດາອົງການມິດຕະພາບຫວຽດນາມສົມທົບກັບສະຫະພັນອົງການມິດຕະພາບນະຄອນໂຮ່ຈິມິນ ຈັດຕັ້ງງານພົບປະແລກປ່ຽນກັບເພື່ອນມິດສາກົນເນື່ອງໃນໂອກາດສະເຫລີມສະຫລອງ 40 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ. ມີຜູ້ແທນສາກົນ, ຜູ້ພະຍານປະຫວັດສາດ ກວ່າ 100 ທ່ານ ໄດ້ເຂົ້າຮ່ວມການຕໍ່ຕ້ານຕ້ານຈັກກະພັດອາເມລິກາ ກູ້ຊາດໄດ້ພ້ອມກັນແບ່ງປັນອາລົມຈິດ, ທົບທວນຄືນບັນດາເຫດການ, ອະນຸສອນກ່ຽວກັບໄລຍະແຫ່ງການຕໍ່ສູ້ບໍ່ຮູ້ອິດຮູ້ເມື່ອຍເພື່ອຄວາມມຸ່ງຫວັງສັນຕິພາບ, ເອກະລາດ, ເອກະພາບ. ທີ່ງານພົບປະ, ບັນດາຜູ້ແທນມາຈາກຫລາຍປະເທດ ແລະ ເຂດແຄ້ວນ ໄດ້ສະແດງຄວາມເປັນກຽດໄດ້ກັບຄືນຫວຽດນາມ ແລະ ມີຫນ້າໃນງານພົບປະ ແມ່ນກົງກັບຈຸດເວລາສະເຫລີມສະຫລອງ 40 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ໂຮມປະເທດຊາດເປັນເອກະພາບ. ບັນດາຜູ້ແທນຕີລາຄາສູງບັນດາຜົນງານຊື່ງຫວຽດນາມ ບັນລຸໄດ້ ແລະ ຢືນຢັນ: ສືບຕໍ່ເອົາໃຈໃສ່, ສະຫນັບສະຫນູນຫວຽດນາມ ໃນວິວັດທະນາການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ສ້າງສາ ແລະ ພັດທະນາປະເທດຊາດ.