ພົບປະແລກປ່ຽນມິດຕະພາບຫວຽດນາມ ແລະ ຊູແອັດ

(VOVWORLD) - ງານບຸນລະດູຮ້ອນ Midsummer ແມ່ນງານບຸນທີ່ເປັນປະເພນີມາແຕ່ດົນນານ ແລະມີຊື່ສຽງຂອງຊູແອັດ.

ພົບປະແລກປ່ຽນມິດຕະພາບຫວຽດນາມ ແລະ ຊູແອັດ - ảnh 1ທ່ານ Pereric Hoberg ເອກອັກຄະລັດຖະທູດຊູແອັດປະຈຳຫວຽດນາມ ກ່າວຄຳເຫັນທີ່ງານບຸນ

(ພາບ: KL/dangcongsan.vn)

ຕອນບ່າຍວັນທີ  10 ມິຖຸນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ຊູແອັດ ( ສະຫະພັນບັນດາອົງການມິດຕະພາບຫວຽດນາມ) ໄດ້ສົມທົບກັບສະຖານທູດຊູແອັດປະຈຳຫວຽດນາມ ແລະ ສະມາຄົມອະດີດນັກສຶກສາຫວຽດນາມທີ່ຮ່ຳຮຽນຢູ່ຊູແອັດ ຈັດຕັ້ງການພົບປະແລກປ່ຽນມິດຕະພາບ ເພື່ອຕ້ອນຮັບງານບຸນລະດູຮ້ອນ Midsummer ທີ່ເປັນປະເພນີຂອງປະເທດຊູແອັດ.

        ງານບຸນລະດູຮ້ອນ Midsummer ແມ່ນງານບຸນທີ່ເປັນປະເພນີມາແຕ່ດົນນານ ແລະມີຊື່ສຽງຂອງຊູແອັດ. ນີ້ແມ່ນໂອກາດ ເພື່ອໃຫ້ປະຊາຊົນຫວຽດນາມມີຄວາມເຂົ້າໃຈ ຫຼາຍກວ່າກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວຊູແອັດ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ