ພາຍຫຼັງໂລກລະບາດໂຄວິດ -19, ເສດຖະກິດຂອງ ຫວຽດນາມ ໄດ້ຟຶ້ນຟູຢ່າງແຮງດ້ວຍຫຼາຍທິດເດີນໃໝ່

(VOVWORLD) - ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາບັນຫາແນໃສ່ການພັດທະນາເສດຖະກິດໃນໄລຍະຈະມາເຖິງ

ວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດ ສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ວ່າ “ບາງບັນຫາກ່ຽວກັບການພັດທະນາເສດຖະກິດ ຫວຽດນາມ ພາຍຫຼັງຜົນກະທົບຈາກໂຄວິດ -19”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາບັນຫາແນໃສ່ການພັດທະນາເສດຖະກິດໃນໄລຍະຈະມາເຖິງ; ຍົກອອກບັນດາຂໍ້ສະເໜີ, ການຕີລາຄາກາລະໂອກາດ ແລະ ຄວາມສາມາດຟື້ນຟູ ແລະ ຂໍ້ສະເໜີບັນດານະໂຍບາຍພັດທະນາເສດຖະກິດຂອງ ຫວຽດນາມ ຫຼັງໂຄວິດ -19.

        ບັນດາຄຳເຫັນທີ່ກອງປະຊຸມສຳມະນາ ໄດ້ຕີລາຄາວ່າ: ນັບແຕ່ເວລາໂລກລະບາດໂຄວິດ -19 ໄດ້ຮັບການຄວບຄຸມ, ພິເສດແມ່ນນັບແຕ່ເວລາບັນດາປະເທດເປີດປະຕູຄືນໃໝ່, ພື້ນຖານເສດຖະກິດ ຫວຽດນາມ ໄດ້ຟື້ນຟູຢ່າງແຮງດ້ວຍຫຼາຍທິດເດີນໃໝ່. ພັກ, ລັດໄດ້ຜັນຂະຫຍາຍຫຼາຍນະໂຍບາຍໜູນຊ່ວຍ, ສ້າງສະພາບແວດລ້ອມແຫ່ງກສຍດຳເນີນທຸລະກິດທີ່ສະດວກ, ຟື້ນຟູເສດຖະກິດ. ໄປຄຽງຄູ່ກັນນັ້ນ, ລັດຖະບານກໍ່ພວມຄ່ອຍໆເພີ່ມທະວີການລົງທຶນພາກລັດ, ຍົກອອກບັນດາບ້ວງເງິນກະຕຸ້ນຄວາມຕ້ອງການໃນໄລຍະຟື້ນຟູພື້ນຖານເສດຖະກິດ. ຫວຽດນາມ ພວມປະຕິບັດບັນດານະໂຍບາຍສົ່ງເສີມວິສາຫະກິດທຳການຜະລິດ, ສ້າງວຽກເຮັດງານທຳໃຫ້ແກ່ກຳມະກອນ, ຟື້ນຟູການສົ່ງອອກ, ຫລຸດຜ່ອນອັດຕາວິສາຫະກິດລົ້ມລະລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ