ພາລະກອນປ້ອງກັນຄວາມສະຫງົບຂອງກຳປູເຈຍ10.000ຄົນໄດ້ຮັບການຜັນຂະຫຍາຍໃນໂອກາດງານບຸນນ້ຳ

ພາລະກອນປ້ອງກັນຄວາມສະຫງົບຂອງກຳປູເຈຍ10.000ຄົນໄດ້ຮັບການຜັນຂະຫຍາຍໃນໂອກາດງານບຸນນ້ຳ - ảnh 1
ບຸນ​ຊ່ວງ​ເຮືອ​ຢູ່ ກຳ​ປູ​ເຈຍ
ພາບ:phuongnamstar.net

(vovworld)-​​ວັນ​ທີ 28/10, ເຈົ້າ​ຄອງ​ນະ​ຄອນ ພະ​ນົມ​ເປັນ ປະ​ເທດ​ກຳ​ປູ​ເຈຍ ທ່ານ Pa Socheatevong ໃຫ້​ຮູ້​ວ່າ: ມີ​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ມານ 10.000 ຄົນ ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍຢູ່​ນະ​ຄອນ​ຫລວງ ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍໃນ​ໄລ​ຍະ​ດຳ​ເນີນ​ງານ​ບຸນ​ນ້ຳ ທີ່​ແກ່​ຍາວ​ໃນ​ເວ​ລາ 3 ວັນ ແຕ່​ວັນ​ທີ 5-7/11. ຈຳ​ນວນ​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ດັ່ງ​ກ່າວ​ແມ່ນ​ຂຶ້ນ​ກັບ​ກຳ​ລັງ​ຕຳ​ຫລວດ​ແຫ່ງ​ຊາດ ແລະ ສາ​ລະ​ວັດ​ທະ​ຫານ ກຳ​ປູ​ເຈຍ. ທ່ານ Pa Socheatevong ກໍ​ເນັ້​ນ​ຫນັກ​ວ່າ ສະ​ພາ​ນະ​ຄອນ​ຈະ​ນຳ​ໃຊ້​ທຸກ​ມາດ​ຕະ​ການ ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ໃນ​ງານ​ບຸນ​ນ້ຳ. ງານ​ບຸນ​ນ້ຳ ເປັນ​ຂີດ​ໝາຍ​ຈຸດ​ເວ​ລາ​ປ່ຽນ​ກະ​ແສ​ນ້ຳ​ ​ຂອງ​ແມ່​ນ້ຳ Tonle Sap ແມ່ນ​ງານ​ບຸນ​ຈັດ

​ຂຶ້ນ​ປະ​ຈຳ​ປີ​ດ້ວຍ​ຂອບ​ຂະ​ຫນາດ​ໃຫຍ່​ສຸດ​ຢູ່​ກຳ​ປູ​ເຈຍ ແລະ ຜູ້​ເຂົ້າ​ຮ່ວມ​ງານ​ບຸນນີ້ ສ່ວນ​ຫລາຍ​ແມ່ນ​ປະ​ຊາ​ຊົນ​ຢູ່​ເຂດ​ຊົນ​ນະ​ບົດ ພາ​ກັນ​ໄປ​ເຖິງ​ນະ​ຄອນ​ຫລວງ ພະ​ນົມ​ເປັນ ເພື່ອ​ຮັບ​ຊົມ​ບຸນ​ຊ່ວງ​ເຮືອ.

ຂ່າວ/ບົດ​ອື່ນ