ຟູ໋ທໍ້ ກະກຽມພິທີ ຕ້ອນຮັບໃບຢັ້ງຢືນ ມໍລະດົກໂລກ “ການ ເຫຼື້ອມໃສບູຊາ ເຈົ້າຊີວິດ ຮູ່ງ”

ຟູ໋ທໍ້ ກະກຽມພິທີ ຕ້ອນຮັບໃບຢັ້ງຢືນ ມໍລະດົກໂລກ “ການ ເຫຼື້ອມໃສບູຊາ ເຈົ້າຊີວິດ ຮູ່ງ” - ảnh 1
ວິຫານເຈົ້າຊີວິດ ຮູ່ງ
(ພາບ: ອີນເຕີເນັດ)

(vovworld) – ພິທີຕ້ອນຮັບໃບຢັ້ງຢືນມໍລະດົກໂລກ “ການເຫຼື້ອມໃສບູຊາເຈົ້າຊີວິດ ຮູ່ງ” ຈະຖືກຈັດຂຶ້ນກົງກັບໂອກາດໄຂງານບຸນວິຫານ ຮູ່ງ, ໃນວັນທີ 4/3 ໄລ່ຕາມຈັນທະປະຕິທິນ. ທ່ານ ຮ່າເກະຊານ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຟູ໋ທໍ້ ໃຫ້ຮູ້ວ່າ: ລາຍການລວມມີ 2 ຂັ້ນ​ຕອນ, ຂັ້ນ​ຕອນ​ຈັດພິທີ ແລະ ຂັ້ນ​ຕອນສະແດງສິລະປະ. ຂັ້ນ​ຕອນພິທີ ຈະຈັດຕັ້ງການຕ້ອນຮັບໃບຢັ້ງຢືນມໍລະດົກໂລກ “ການເຫຼື້ອມໃສບູຊາເຈົ້າຊີວິດ ຮູ່ງ” , ສ່ວນ​ຂັ້ນ​ຕອນສະແດງສິລະປະມີຫົວຂໍ້ວ່າ ບັນພະບຸລຸດ​ເຈົ້າ​ຊີວິດ​ຮຸ່ງ - ຄວາມ​ສັກສິດ. ທ່ານ ຮ່າເກະຊານ ໃຫ້ຮູ້ວ່າ:

“ເຖິງວ່າປີນີ້ແມ່ນປີຄີກ​ກໍ່ຕາມແຕ່ຄາດຄະ​ເນວ່າພໍ່ແມ່ປະຊາຊົນໃນທົ່ວປະເທດ, ກໍ່ຄືແຂກທ່ອງທ່ຽວ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈະກັບເມືອ ວິຫານຮູ່ງເປັນຈຳນວນຫຼວງຫຼາຍ ດັ່ງນັ້ນ ວຽກງານກະກຽມໄດ້ຮັບການຍູ້ແຮງ. ກ່ຽວກັບລາຍການຕ້ອນຮັບໃບຢັ້ງຢືນ, ພວກຂ້າພະເຈົ້າ ໄດ້ດຳເນີນການສ້າງຮ່າງ​ລາຍການ​ແລ້ວ, ຫຼັງຈາກນັ້ນຈະກະກຽມໃຫ້ພິທີຕ້ອນຮັບ. ໃນລາຍການນີ້ ຈະມີຫຼາຍຄົນເຂົ້າຮ່ວມ. ບັນດາຮາກຖານດ້ານວັດຖຸເພື່ອຮັບໃຊ້ໃຫ້ແກ່ລາຍການພວມໄດ້ຮັບການ ຍູ້ແຮງວຽງານບູລະນະປະຕິສັງຂອນ, ເພື່ອກຽມພ້ອມໃຫ້ພິທີເຊີດຊູ ກໍ່ຄື​ພິທີ​ໄວ້​ບູຊາເຈົ້າຊີວິດຮູ່ງ - ງານບຸນວິຫານຮູ່ງ 2013”

        ວັນທີ 6/12/2012, ທີ່​ຜ່ານ​ມາອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ (ຫຼື UNESCO) ​ໄດ້​ຮັບຮອງການເຫຼື້ອມໃສບູຊາເຈົ້າຊີວິດ ຮູ່ງ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນໃຫ້​ມວນ​ມະນຸດ. ​ເລື​່ອງ UNESCO ຮັບຮອງ ການເຫຼື້ອມໃສບູຊາເຈົ້າຊີວິດ ຮູ່ງ  ຢູ່ ຟູ໋ທໍ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ພະລັງ​ຊີວິດ​ດ້ານວັດທະນະທຳ ຫວຽດນາມ, ຕິດ​ພັນ​ກັບ​​ກະ​ແສວັດທະນະທທີ່ຳ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ.

ຂ່າວ/ບົດ​ອື່ນ