(ພາບປະກອບ: ອິນເຕີແນັດ)
(vovworld): ໜັງສືພິມ Phillippine Daily Inquire ສະບັບອອກວັນທີ 16/1 ໃຫ້ຮູ້ວ່າ, ກະຊວງການຕ່າງປະເທດຟິລິບປິນ ໄດ້ສະແດງຄວາມສະໜັບສະໜູນຕໍ່ການກະທຳຂອງບຣູໄນ ໃນການປະຕິບັດຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໃນຂະນະທີ່ລາຊະອານາຈັກອິດສະລາມນີ້ ຮັບດຳລົງຕຳແໜ່ງປະທານສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນເດືອນ 1/2013. ຕາມໜັງສືພິມດັ່ງກ່າວແລ້ວ, ບຣູໄນ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ໃນສະພາບການຄວາມເຄັ່ງຕຶງພວມເພີ່ມຂຶ້ນຢູ່ພາກພື້ນ, ດ້ວຍບັນດາການກະທຳຫວ່າງແລ້ວນີ້ຂອງຈີນ ຊື່ງປະເທດຕ່າງໆຖືວ່າ ໄດ້ລະເມີດເຂດນ່ານທະເລຂອງເຂົ້າເຈົ້າ, ລວມມີການລາດຕາເວັນບົນທະເລ, ການຊ້ອມຮົບ, ການສຳຫຼວດນ້ຳມັນອາຍແກດ ແລະ ປັບປຸງນະຄອນທີ່ຫາກໍ່ໄດ້ຮັບການສ້າງຕັ້ງໃໝ່ເພື່ອຄຸ້ມຄອງເກາະແຫ່ງຕ່າງໆທີ່ພວມພິກາດກັນເກືອບທັງໝົດ.