ເຫດແຜ່ນດິນໄຫວຢູ່ເນປານເຮັດໃຫ້ຊາວເອີລົບຫລາຍຄົນ
ຖືກຫາຍສາບສູນ
ພາບ:TTXVN
|
(vovworld)-ວັນທີ 1/5, ຫົວຫນ້າຄະນະຜູ້ຕາງຫນ້າ ສະຫະພາບເອີລົບ (EU) ຢູ່ເນປານ ໃຫ້ຮູ້ວ່າ ມີພົນລະເມືອງ EU ປະມານ 1000 ຄົນ ພວມຖືກຫາຍສາບສູນຢູ່ ເນປານ ແລະ 12 ຄົນໄດ້ຮັບຮູ້ວ່າ ຖືກເສຍຊີວິດແລ້ວ. ທ່ານ Kathmandu Rensje Teerink, ເອກອັກຄະລັດຖະທູດ EU ໃຫ້ຮູ້ວ່າ ປະຈຸບັນ ບໍ່ທັນກຳນົດໄດ້ຈຳນວນພົນລະເມືອງຖືກຫາຍສາບສູນນັ້ນ ແລະ ເຂົາເຈົ້າສ່ວນຫລາຍແມ່ນນັກທ່ອງທ່ຽວ ພວມໄປທ່ອງທ່ຽວຢູ່ພູ Langtang ແລະ ຢູ່ບໍລິເວນ Everest. ກ່ອນຫນ້ານັ້ນ ຕາມສູນ ຮັບມືຢ່າງຮີບດ່ວນແຫ່ງຊາດ ເນປານ ແລ້ວ, ຈຳນວນຜູ້ຖືກເສຍຊີວິດຢູ່ເຫດແຜ່ນດິນໄຫວເມື່ອວັນທີ 25/4 ຢູ່ປະເທດນີ້ ແມ່ນຂຶ້ນເຖິງ 6.204 ຄົນ ແລະ 13.932 ຄົນຖືກບາດເຈັບ.