ມີນັກທ່ອງທ່ຽວຢ້ຽມຢາມຫວຽດນາມໃນໂອກາດບຸນເຕັດປີລະກາ2017ເປັນຈຳນວນຫຼວງຫຼາຍ
(ມີນັກທ່ອງທ່ຽວຢ້ຽມຢາມຫວຽດນາມ
ໃນໂອກາດບຸນເຕັດປີລະກາ2017ເປັນຈຳນວນຫຼວງຫຼາຍ)
(vovworld) - ເນື່ອງໃນໂອກາດບຸນເຕັດປີລະກາ 2017, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ. ຕາມຂໍ້ມູນຂ່າວຈາກບໍລິສັດທ່ອງທ່ຽວ Saigontourist ແລ້ວ: 2 ອາທິດທຳອິດເນື່ອງໃນໂອກາດຕ້ອນຮັບບຸນເຕັດປີລະກາ 2017 ໃນລະຫວ່າງວັນທີ 23/12 ຫາວັນທີ 10/01 ຂອງບຸນເຕັດ (ໄລ່ຕາມຈັນທະປະຕິທິນ), ບໍລິສັດໄດ້ຕ້ອນຮັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດກວ່າ 50.000 ເທື່ອຄົນ; ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ໃນນັ້ນ, ນັກທ່ອງທ່ຽວມາຈາກ ຝລັ່ງ, ເຢຍລະມັນ, ຈີນ, ລັດເຊຍ, ອາເມລິກາ… ແມ່ນຫຼາຍກວ່າໝູ່. ເນື່ອງໃນໂອກາດນີ້, Saigontourist ໄດ້ຮັບກ່ຳປັ່ນ 14 ລຳ ທີ່ໂດຍສານນັກທ່ອງທ່ຽວ ແລະ ລູກເຮືອກວ່າ 23.000 ຄົນມາຫວຽດນາມ.
ບໍລິສັດ Vietrantour ໃຫ້ຮູ້ວ່າ, ນັກທ່ອງທ່ຽວຈົດທະບຽນມາທ່ອງທ່ຽວຫວຽດນາມ ໃນໂອກາດບຸນເຕັດຜ່ານ Vietrantour ປີ 2017 ເພີ່ມຂຶ້ນກວ່າ 150% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ໃນຂະນະນັ້ນ, ບໍລິສັດ Vietravel ກໍຕ້ອນຮັບນັກທ່ອງທ່ຽວກວ່າ 30.000 ເທື່ອຄົນ.
ຢູ່ນະຄອນໂຮ່ຈິມິນ, ໃນຊຸມມື້ຕົ້ນບຸນເຕັດ ບັນດາເຂດທ່ອງທ່ຽວວັດທະນະທຳ ຊວຍຕ໋ຽນ, ສວນສາທາລະນະວັດທະນະທຳ ເດີ່ມແຊນ, ທາວເກີ່ມວຽນ ໄດ້ດຶງດູດແຂກມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ. ແຕ່ລະມື້ບັນດາສະຖານທີ່ດັ່ງກ່າວໄດ້ຕ້ອນຮັບນັກທ່ອງທ່ຽວນັບພັນຄົນ. ຢູ່ນະຄອນຮ່າໂນ້ຍ, ໃນຊຸນມືບຸນເຕັດ, ຈຳນວນນັກທ່ອງທ່ຽວມາຢ້ຽມຢາມຮ່າໂນ້ຍ ບັນລຸກວ່າ 23.000 ເທື່ອຄົນ, ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ຢູ່ເຂດພາກກາງ, ແຂວງ ເທື່ອທຽນ - ເຫ້ວ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 92.000 ເທື່ອຄົນ; ນະຄອນດ່ານັ້ງ ກໍໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 260.500 ເທື່ອຄົນ, ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016.