ມອບຂອງຂວັນປີໃໝ່ໃຫ້ແກ່ພະນັກງານ, ນັກຮົບແຂວງ ກວາງນິນ

ມອບຂອງຂວັນປີໃໝ່ໃຫ້ແກ່ພະນັກງານ, ນັກຮົບແຂວງ ກວາງນິນ - ảnh 1
ພາບປະກອບ

(vovworld) - ​ໃນ​ວັນ​ທີ 30 ​ແລະ 31/1, ຄະນະ​ປະຕິບັດ​ງານ​ກອງ​ບັນຊາ​ການທະຫານ​ເຮືອ​ເຂດ 1 ​ໄດ້ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​ປີ​ໃໝ່​ໃຫ້​ແກ່​ພະນັກງານ, ນັກຮົບ​ຢູ່​ເກາະ ​ເຈີ​ນ, ​ເມືອງ ​ໂກ​ໂຕ ​ແລະ ​ເກາະ ຈ່າ​ບານ, ​ເມືອງ ​ເວີນ​ດົນ, ​ແຂວງ​ກວາງ​ນິນ. ຢູ່​ບ່ອນ​ຕ່າງໆ​ທີ່​ຄະນະ​ໄດ້​ຢ້ຽມຢາມ, ການ​ນຳ​ກອງ​ບັນຊາ​ການ​ທະຫານ​ເຮືອ​ເຂດ 1 ໄດ້​ອວຍພອນ​ທະຫານ ​ແລະ ປະຊາຊົນ​ໃນ​ເກາະ 2 ​ແຫ່ງ​ດັ່ງກ່າວ​ຈະ​ມີ​ສຸຂະພາບ​ເຂັ້ມ​ແຂງ, ໄດ້​ຕ້ອນຮັບ​ບຸນ​ເຕັດ ປີ ມະ​ເສ​ງ ຢ່າງ​ເບີກບານ​ມ່ວນ​ຊື່ນ, ກຽມພ້ອມ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ເຂດໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ​ເປັນ​ຢ່າງ​ດີ. ທ່ານ​ພັນ​​ເອກ ຫງວຽນ​ກວກ​ວັນ, ຫົວໜ້າ​ການ​ເມືອງ ກອງ​ບັນຊາ​ການ​ທະຫານ​ເຮືອເຂດ 1  ​ໃຫ້​ຮູ້​ວ່າ:

“ພະນັກງານ​, ນັກຮົບ​ໃນ​ເກາະ​ລ້ວນ​ແຕ່​ຮັບ​ຮູ້​ໜ້າ​ທີ່​ເປັນ​ຢ່າງ​ດີ, ກະກຽ​ມທຸກ​ດ້ານ​​ໃຫ​້ດີ ​ເພື່ອຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ, ດ້ວຍ​ຈິດ​ໃຈ​ເບີກບານ​ມ່ວນ​ຊື່ນ, ປອດ​ໄພ ​ແລະ ກຽມພ້ອມ​ສູ້​ຮົບ​ຢ່າງ​ສູງ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ບັນດາພະນັກງານ, ນັກຮົບ​ທະຫານ​ເຮືອເຂດ 1 ​ໃນ​ເກາະ​ແຫ່ງ​ຕ່າງໆ ຈະປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດທະ​ເລ​ໝູ່ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ”

        ທະຫານ​ເຮືອ​​ເຂດ 1 ແມ່ນ​ກົມ​ກອງ​ຫຼັກ​ແຫຼ່ງ​ໃນ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​​ເລ​ໝູ່ເກາະ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ