ມາເລເຊຍ ຮຽກຮ້ອງ ອາຊຽນ ຈົ່ງເອົາ ປະຊາຊົນເປັນໃຈກາງ
(ພາບປະກອບ: vtv.vn)
(TTX) - ກະຊວງການຕ່າງປະເທດມາເລເຊຍ ໄດ້ຮຽກຮ້ອງບັນດາປະເທດສະມາຊິກອາຊຽນ ຈົ່ງເອົາປະຊາຊົນເປັນໃຈກາງ, ພ້ອມທັງໝັ້ນໝາຍວ່າ “ອາຊຽນ ເອົາປະຊາຊົນເປັນໃຈກາງ“ ຈະແມ່ນ 1 ໃນບັນດາເນື້ອໃນໃນປີເປັນປະທານອາຊຽນ 2015 ຂອງມາເລເຊຍ. ໃນສູນທອນພົດອ່ານທີ່ເວທີປາໄສສະເຫຼີມສະຫຼອງອາຊຽນ ປີ 2012 ຈັດຂຶ້ນທີ່ນຄອນຫຼວງກົວລາລຳເປີ ເມື່ອວັນທີ 5/10, ທ່ານ Anifah Aman ລັດຖະມົນຕີການຕ່າງປະເທດມາເລເຊຍ ເນັ້ນໜັກວ່າ: ປະຊາຄົມອາຊຽນ ດ້ວຍບັນດາເສົາຄ້ຳຄື: ການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ, ສັງຄົມ….ພຽງແຕ່ພັດທະນາໄດ້ຖ້າຫາກວ່າອົງການພາກພື້ນນີ້ເອົາ ປະຊາຊົນເປັນໃຈກາງ, ກະຊວງຕ່າງປະເທດມາເລເຊຍ ຖືວ່າ ລັດຖະບານປະເທດຕ່າງໆຕ້ອງສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນທຸກຊັ້ນຄົນປະກອບສຽງເວົ້າໃນວິວັດການອອກຄຳຕັດສິນຂອງອາຊຽນ, ເຂົ້າຮ່ວມໃນບັນດາການເຄື່ອນໄຫວຂອງອາຊຽນ.
ເວລທີປາໄສສະເຫຼີມສະຫຼອງອາຊຽນ ປີ 2012 ດ້ວຍຫົວຂໍ້ “ປະຊາຄົມອາຊຽນ 2015: ອາຊຽນ ເອົາປະຊາຊົນເປັນໃຈກາງ“ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 300 ທ່ານມາຈາກບັນດາອົງການຈັດຕັ້ງສາກົນ, ບັນດາອົງການທູຕານຸທູດ, ສະຖານບັນ ແລະ ເຈົ້າໜ້າທີ່ລັດຖະບານ. ທ່ານ Nguyen Hong Thao ເອກອັກຄະລັດຖະທູດຫວຽດນາມ ປະຈຳມາເລເຊຍ ໄດ້ເຂົ້າຮ່ວມເວທີປາໄສ.