ມື້​ເຮັດ​ວຽກ​ທີ 2 ຂອງ​ກອງ​ປະ​ຊຸມ​ຄັ້ງ​ທີ 11 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ຊຸດ​ທີ XII

(VOVWORLD) -ວັນທີ 8 ຕຸລາ, ກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XII ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 2. 

ຕອນເຊົ້າວັນທີ 8 ຕຸລາ, ຄະນະບໍລິຫານງານສູນກາງພັກພ້ອມກັບບັນດາຜູ້ແທນໄດ້ເຂົ້າຮ່ວມການເຮັດວຽກທີ່ກອງປະຊຸມ, ປຶກສາຫາລືກ່ຽວກັບຮ່າງບົດລາຍງານດ້ານການເມືອງ ແລະ ຮ່າງບົດລາຍງານ 10 ປີ ແຫ່ງວັນປະຕິບັດໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນກ້າວສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາ ປີ 2011).

ມື້​ເຮັດ​ວຽກ​ທີ 2 ຂອງ​ກອງ​ປະ​ຊຸມ​ຄັ້ງ​ທີ 11 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ຊຸດ​ທີ XII - ảnh 1ທ່ານເຈິ່ນກວັກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກ (ພາບ: news.zing.vn) 
        ຕອນບ່າຍວັນດຽວກັນ, ຄະນະບໍລິຫານງານສູນກາງພັກພ້ອມກັບບັນດາຜູ້ແທນເຮັກວຽກທີ່ ຕາມໜ່ວຍ, ປຶກສາຫາລືກ່ຽວກັບຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ10 ປີ 2011 – 2020, ສ້າງຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2021 – 2030 ແລະ ບົດລາຍງານສະພາບການເສດຖະກິດ - ສັງຄົມ ໄລຍະ 5 ປີ 2016 -2020, ແຜນການພັດທະນາ ເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025

ຕອບກັບ

ຂ່າວ/ບົດ​ອື່ນ