ມື້ເຮັດວຽກທີ2ຂອງກອງປະຊຸມຄັ້ງທີ3ຄະນະບໍລິຫານງານສູນກາງພັກຊຸດທີ12

ກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ຊຸດທີ 12
|
(vovworld)- ວັນທີ 5/7, ກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 2. ໃນຕອນເຊົ້າ, ຄະນະບໍລິຫານງານສູນກາງເຮັດວຽກຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບຮ່າງລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງ, ກົມການເມືອງ ແລະ ຄະນະເລຂາຊຸດທີ 12 ແລະ ຮ່າງກົດລະບຽບການເຮັດວຽກຂອງຄະນະກຳມະການກວດການສູນກາງຊຸດທີ 12. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກຳມະການກົມການເມືອງ ໄດ້ຕາງຫນ້າໃຫ້ກົມການເມືອງ ຊີ້ນຳກອງປະຊຸມ. ຕອນບ່າຍວັນດຽວກັນ, ຄະນະບໍລິຫານງານສູນກາງໄດ້ເຮັດວຽກຢູ່ຕາມຫນ່ວຍ, ປຶກສາຫາລືກ່ຽວກັບຮ່າງກຳນົດປະຕິບັດກົດລະບຽບຂອງພັກ ແລະ ຮ່າງກຳນົດກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ລະບຽບວິໄນຂອງພັກ.