ຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ໃຫ້ພະນັກງານ, ນັກຮົບໃນເກາະ ນາມອ໋ຽດ

ຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ໃຫ້ພະນັກງານ, ນັກຮົບໃນເກາະ ນາມອ໋ຽດ - ảnh 1
(ເກາະ ນາມ​ອ໋ຽດ)

(vovworld) - ວັນ​ທີ 26/12, ຄະນະ​ປະຕິບັດ​ງານ​ທະຫານ​ເຂດ 4 ​ໄດ້​ໄປ​ຮອດ​ເກາະ ນາມ​ອ໋ຽດ, ​ເຊິ່ງ​ເປັນ​ແຫ​່ງທີ່ 2 ​ໃນ​ການ​ເດີນທາງໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ ​ແລະ ປະຊາ​ຊົນ​ໃນ​ບັນດາ​ເກາະ​ເຂດທາງ​ທິດ​ເໜືອ, ໝູ່​ເກາະ​ເຈືອງ​ຊາ. ຫົວ​ນ້າ​ຄະນະ​ປະຕິບັດ​ງານ, ພັນ​ເອກ ບຸ​ຍຫາຍ​ເຟື໋ອກ, ຮອງ​ຫົວ​ຫນ້າ​ກອງ​ພົນ​ນ້ອຍ, ຫົວ​ຫນ້າ​ເສນາ​ທິການ​ປົກ​ປັກ​ຮັກສາ​ເຈືອງ​ຊາ ​ໄດ້​ມອບ​ຂອງຂວັນ​ປີ​ໃໝ່​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ​ແຄ໋ງຮ່ວາ ໃຫ້​ພະນັກງານ, ນັກຮົບ ​ແລະ ບັນດາ​ກຳລັງ​ພວມ​ປະຕິບັດ​ງານ​ໃນ​ເກາະ.

        ​ເພື່ອ​ກະກຽມ​ໃຫ້​ບຸນ​ປີ​ໃໝ່​ມະ​ເມຍ, ພະນັກງານ, ນັກຮົບ​ໃນ​ເກາະພວມ​ປະ​ດັບ​ປະດາ​ຄ້າຍທະຫານ​ເພື່ອ​ຕ​້ອນຮັບ​ບຸນປີ​ໃໝ່. ພົນ​ຕີ ຫງວຽນ​ວັນ​ເຕີມ, ກຳມະການການ​ເມືອງ​ກຸ່ມ 1, ​ເກາະ​ນາມ​ອ໋ຽດ ​ໃຫ້​ຮູ້​ວ່າ.

        “ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ແບ່ງ​ວຽກ​ງານ​ໃຫ້​ແຕ່​ລະ​ພາກສ່ວນ​​​ເພື່ອ​ກະກຽມ​ຕ້ອນຮັບ​ບຸນ​ປີ​ໃໝ່ແລ້ວ, ​ແຕ່​ໃນຕົວ​ຈິງ​ບັນດາ​ອ້າຍ​ນ້ອງ​ນັກຮົບ​ຄື​ຢູ່​ໃນ​ຄອບຄົວ​ດຽວ, ຄົນ​ລະ​ວຽກ ພ້ອມ​ກັນ​ກະກຽມ​ໃຫ້​ບຸນ​ປີ​ໃໝ່. ​ໃນ​ຄໍ່າ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນຮັບ​ປີ​ໃໝ່, ພວກ​ຂ້າພະ​ເຈົ້າ​ຈະ​ຈັດ​ງານ​ລ້ຽງ, ຕອນ​ເຊົ້າ​ວັນ​ທີ 1 ຂອງບຸນເຕັດປີມະເມຍ 2014 (ຕາມ​ຈັນທະ​ປະຕິທິນຫວຽດນາມ), ພວກ​ຂະພະ​ເຈົ້າ​ອວຍພອນ​ປີ​ໃໝ່​ໃນ​ເກາະ”.

ຂ່າວ/ບົດ​ອື່ນ