ລັດຖະບານຈະສືບຕໍ່ສ້າງສັນ,ຮ່ວມເດີນທາງພ້ອມກັບວິສາຫະກິດ

(VOVWORLD) -ວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບສະພາສູນກາງບັນດາສະຫະສະມາຄົມວິສາຫະກິດຫວຽດນາມ ແລະ ນັກທຸລະກິດດີເດັ່ນບາງຄົນ.

ລັດຖະບານຈະສືບຕໍ່ສ້າງສັນ,ຮ່ວມເດີນທາງພ້ອມກັບວິສາຫະກິດ - ảnh 1 (ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບສະພາສູນກາງບັນດາ

ສະຫະສະມາຄົມວິສາຫະກິດຫວຽດນາມ ແລະ ນັກທຸລະກິດດີເດັ່ນບາງຄົນ)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ລັດຖະບານຢຶດໝັ້ນທິດທາງສ້າງສັນ, ພັດທະນາ, ຮ່ວມເດີນທາງພ້ອມກັບວິສາຫະກິດ ເພື່ອໃຫ້ບັນດາວິສາຫະກິດຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນໃນທົ່ວປະເທດ ສູ້ຊົນປະຕິບັດສຳເລັດບັນດາຄາດໝາຍດ້ານເສດຖະກິດ, ສັງຄົມຂອງທັງອາຍຸການ 2016 – 2021. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານຈະສືບຕໍ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ ແລະ ປາດຖະໜາວ່າ, ບັນດາວິສາຫະກິດສືບຕໍ່ຍູ້ແຮງການນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດ, ເຕັກນິກ; ເອົາໃຈໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ, ບັນດາວິສາຫະກິດສືບຕໍ່ຍູ້ແຮງວຽກງານສັງຄົມ, ເອົາໃຈໃສ່ ແລະ ແບ່ງປັນການຊ່ວຍເຫຼືອຄົນທຸກຍາກ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ