ລັດຖະບານມຽນມາແລະບັນດາກຸ່ມປະກອບອາວຸດເຫັນດີຕໍ່ບ້ານກ້າວຕ່າງໆພາຍຫຼັງຂ້ໍຕົກລົງຢຸດຍິງ

ລັດຖະບານມຽນມາແລະບັນດາກຸ່ມປະກອບອາວຸດເຫັນດີຕໍ່ບ້ານກ້າວຕ່າງໆພາຍຫຼັງຂ້ໍຕົກລົງຢຸດຍິງ - ảnh 1
ລັດຖະບານມຽນມາແລະບັນດາກຸ່ມປະກອບອາວຸດ
ເຫັນດີຕໍ່ບ້ານກ້າວຕ່າງໆພາຍຫຼັງຂ້ໍຕົກລົງຢຸດຍິງ
(ພາບປະກອບ: THX/TTXVN)


(vovworld) – ຕາມ​ແຫຼ່ງຂ່າວທີ່​ເປັນ​ທາງ​ການ, ​ເຊິ່ງ​ໄດ້​ປະກາດ​​ໃນ​ວັນ​ທີ 01/11, ລັດຖະບານ​ມຽນມາ ​ແລະ 8 ​ໃນ​ຈຳນວນ 15 ກຸ່ມ​ປະກອບ​ອາວຸດ​ເຊື້ອ​ຊາດ​ຜິວ​ພັນ ​ທີ່ເຂົ້າ​ຮ່ວມ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງຢຸດ​ຍິງ​​ທົ່ວ​ປະ​ເທດ (NCA) ​ໄດ້​ເຫັນ​ດີ​ຕໍ່​ບາງ​ບາດກ້າ​ວພາຍ​ຫຼັງລົງ​ນາມ​ໃນ​ຂໍ້​ຕົກລົງນີ້. ​ເນື້ອ​ໃນ​ດັ່ງ​ກ່າວ​ບັນ​ລຸ​ໄດ້​ທີ່​ກອງ​ປະຊຸມ​ຄັ້ງ​ທຳອິດ​ຂອງ​ຄະນະ​ກຳມະການ​ຕິດຕາມ​ກວດກາ​ການ​ຢຸດ​ຍິງ​ຮ່ວມ (JCMC) ທີ່​ແກ່ຍາວ​ເປັນ​ເວລາ 3 ວັນ, ຢູ່​ສູນ​ສັນຕິພາບ​ມຽນ​ມາ ​ເຊິ່ງສິ້ນສຸດ​ລົງ​ໃນ​ວັນ​ທີ 31/10 ຜ່ານ​ມາ. ​ເຈົ້າ​ໜ້າ​ທີ່ຂອງສູນ​ສັນຕິພາບ​ມຽນ​ມາ ​ທ່ານ​ໜຶ່ງໃຫ້​ຮູ້​ວ່າ, ​ການ​ກຳນົດ​​ເສັ້ນ​ຊາຍ​ແດນ​ແຕ່ລະ​ຝ່າຍ ​ແລະ ບັນດາ​ກົນ​ໄກ​ຕິດຕາມ​ກວດກາ​ເຊິ່ງຝ່າຍ​ຕ່າງໆ​ໄດ້​​ເຫັນ​ດີ ອາດສາມາດ​ຫຼຸ​​ດຜ່ອນ​ຄວາມສ່ຽງ​ທີ່ເຮັດ​ໃຫ​​້ການ​ປະ​ທະ​ກັນ​​ເກີດ​ຂຶ້ນ​ຄືນ​ໃໝ່. ບັນດາ​ກົນ​ໄກ​ຈະ​ອະນຸຍາດ​ໃຫ້ 2 ຝ່າຍ​ຮັບ​ມື​ກັບ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ​ອາດຈະ​ເກີດ​ຂຶ້ນ​ໃນ​​​ໄລຍະ​ຂ້າມ​ຜ່ານ ກ່​ອນທີ່​ດຳ​ເນີນ​ໂຄງການ​ຕິດຕາມ​ກວດກາ​ການ​ຢຸດ​ຍິງ​ມີ​ຜົນ​ສັກສິດ. ຄະນະ​ກຳມະການ​ດັ່ງກ່າວ​​ໄດ້​ກຳນົດ​ເວລາ​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ຕໍ່​ໄປ​ໃນ​ວັນ​ທີ 16/11 ຈະ​ມາ​ເຖິງ ຢູ່​ນະຄ​ອນຫຼວງ Nay Pyi Taw.

ຂ່າວ/ບົດ​ອື່ນ