ລັດຖະບານຫວຽດນາມໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກແລະຮັບປະກັນຄວາມປອດໄພໃຫ້ບັນດາວິສາຫະກິດແລະນັກລົງທຶນ

ລັດຖະບານຫວຽດນາມໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກແລະຮັບປະກັນຄວາມປອດໄພໃຫ້ບັນດາວິສາຫະກິດແລະນັກລົງທຶນ - ảnh 1
ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເຂົ້າຮ່ວມເວທີປາໄສ
(ພາບ: baodautu.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 05/06, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປ​າ​ໄສ​ວິ​ສາ​ຫະກິດ​ຫວຽດນາມ ກາງ​ສະ​ໄໝ 2014 ດ້ວຍ​ຫົວ​ຂໍ້​ວ່າ “ຈາ​ກໂຄງການ​ເຖິງ​ການ​ກະທຳ - ກະກຽມ​ໃຫ້​ແກ່​ບັນດາ​ສັນຍາ​ການ​ຄ້າ​ໃໝ່”. ​ເວທີ​ປາ​ໄສ​ຄັ້ງ​ນີ້ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບາງ​ຫົວ​ຂໍ້​ສຳຄັນ​ກ່ຽວ​ກັບ​ການ​ລົງທຶນ ​ແລະ ການ​ຄ້າ, ພາສີອາກອນ, ຄົນ​ງານ​ ​ແລະ ວຽກ​ເຮັດ​ງານ​ທຳ.

    ກໍ່​ທີ່​ເວທີ​​ໄປ​ໄສ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໃຫ້​ຮູ້​ວ່າ ລັດຖະບານ​ຫວຽດນາມ ພວມ​ສ້າງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີ (2016 - 2020), ​ໃນ​ນັ້ນ, ຫວຽດນາມ ຢືດໝັ້ນ ​ແລະ ​​ຕັດສິນ​ໃຈ​ສ້າງ​ປະ​ເທດ​ສັງຄົມ​ນິຍົມ, ສັນຕິພາບ, ​ເອກະລາດ, ​ເສລີພາບ, ​ເປັນ​ເຈົ້າ​ຕົນ​ເອງ, ປະຊາຊົນ​ຮັ່ງມີປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ​, ສີ​ລິ​ໄລຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ວ່າ:

​ໃນ​ການ​ສ້າງ​​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ, ຫວຽດນາມ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ ​ເພື່ອ​ພັດທະນາ​ວິ​ສາ​ຫະກິດ​ເອກະ​ຊົນ, ພວກ​ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ກຳລັງ​ໜູນ​ທີ່​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຫວຽດນາມ, ທັງ​ພັດທະນາ, ທັງ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ, ພັດທະນາ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ. ພວກ​ຂ້າພະ​ເຈົ້າ​ກໍ່​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ, ທຳ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ລັດຖະບານ​ຫວຽດນາມ​ ພວມ​ສຸມ​ກຳລັງ​ເພື່ອ​ທັງສືບ​ຕໍ່​ຍາດ​ເອົາ​ແຫຼ່ງກຳລັງ​ທີ່​ເໝາະ​ສົມ, ທັງ​ປະຕິບັດ​ກົນ​ໄກ​ການ​ຕະຫຼາດ​ເພື່ອ​ຍູ້​ໄວ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ພິ​ເສດ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ ​ແລະ ຂອງ​ວິ​ສາ​ຫະກິດ

ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ ສືບ​ຕໍ່​ນຳ​ພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ, ​ໄປ​ຄຽງ​ຄູ່​ກັບ​ກັບ​ຄວາມ​ກ້າວ​ໜ້າ ​ແລະ ຄວາມ​ຍຸຕິ​ທຳ​ໃນ​ສັງຄົມ. ທ່ານ​ນາ​ຍົດ​ລັດຖະມົນຕີ ຊີ້​ແຈ້ງວ່າ, ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຕັ້ງໜ້າ​ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ປ່ຽນ​ໃໝ່​ຮູບ​ແບບ​ການເຕີບ​ໂຕ, ພ້ອມ​ທັງ, ສ້າງ​ສະພາບ​ແວດ​ລ້ອມ​ຢ່າງ​ສະ​ດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ມີ​ກາລະ​ໂອກາດ​ຕື່ມ​ອີກ​ໃນ​ລົງທຶນ​ດຳ​ເນີນ​ທຸລະ​ກິດ, ​ເຂົ້າ​ຮ່ວມ​ວິວັດ​ການ​ສ້າງ​ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ ຄືນ​ໃໝ່.


ຂ່າວ/ບົດ​ອື່ນ