ລັດຖະບານອັງກິດປະຕິເສດປະກາດຜົນການຄົ້ນຄວ້າ “ປິດລັບ” 50 ຢ່າງກ່ຽວກັບການກະທົບຂອງ Brexit

(VOVWORLD) -ລັດຖະບານອັງກິດ ພວມປະເຊີນໜ້າກັບບັນດາຄຳກ່າວຫາກ່ຽວກັບເລື່ອງປະຕິເສດປະກາດຜົນການຄົ້ນຄວ້າ “ປິດລັບ” 50 ຢ່າງກ່ຽວກັບການກະທົບຈາກເລື່ອງອັງກິດ ຖອນອອກຈາກສະຫະພາບເອີລົບ (ອີຢູ), Brexit.

ລັດຖະບານອັງກິດປະຕິເສດປະກາດຜົນການຄົ້ນຄວ້າ “ປິດລັບ” 50 ຢ່າງກ່ຽວກັບການກະທົບຂອງ Brexit  - ảnh 1 ທ່ານນາງນາຍົກລັດຖະມົນຕີ Theresa May

(ພາບປະກອບ:  EPA/TTXVN)

ວັນທີ 14 ສິງຫາ, ທ່ານລັດຖະມົນຕີຜູ້ຮັບຜິດຊອບບັນຫາ Brexit David Davis ຢືນຢັນວ່າ, ອົງການໂດຍທ່ານຮັບຜິດຊອບໄດ້ປະຕິບັດການຄົ້ນຄວ້າ “ກວ່າ 50 ຂະແໜງຂອງພື້ນຖານເສດຖະກິດອັງກິດ”. ເຖິງຢ່າງໃດກໍ່ຕາມ, ໄລ່ມາຮອດຈຸດເວລານີ້, ບັນດາລັດຖະມົນຕີໃນລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ Theresa May ຍັງຄັງປະຕິເສດຄຳຮຽກຮ້ອງຂອງຫາງສຽງກ່ຽວກັບເລື່ອງປະກາດຜົນການຄົ້ນຄວ້າດັ່ງກ່າວຢ່າງຄົບຖ້ວນ, ດ້ວຍຄຳອ້າງເຫດຜົນທີ່ວ່າ ຜົນການຄົ້ນຄວ້າບາງຢ່າງອາດຈະ “ທຳລາຍຄວາມສາມາດຂອງລັດຖະບານໃນການເຈລະຈາຂໍ້ຕົກລົງດີທີ່ສຸດໃຫ້ແກ່ປະເທດອັງກິດ” ຖ້າຫາກມັນໄດ້ຮັບການປະກາດ.

ຕອບກັບ

ຂ່າວ/ບົດ​ອື່ນ