(vovworld) - ວັນທີ 25/05, ລັດຖະບານສະຫະພັນເຢຍລະມັນ ໄດ້ຮັບຮອງເອົາຮ່າງກົດໝາຍກ່ຽວກັບການເຊື່ອມໂຍງ, ເຊິ່ງຕາມນັ້ນແລ້ວ ຈະສ້າງເງື່ອນໄຂສະດວກໃຫ້ຊາວອົບພະຍົບເຂົ້າຮ່ວມຕະຫຼາດແຮງງານ, ແຕ່ຄວາມຮັບຜິດຊອບຂອງເຂົາເຈົ້າກໍ່ຕ້ອງຕິດພັນກັນໃນການເຊື່ອມໂຍງ. ກ່າວຄຳເຫັນທີ່ການປະຊຸມຂ່າວໃນວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຖືເລື່ອງຮັບຮອງເອົາຮ່າງກົດໝາຍນີ້ແມ່ນເຫດການທີ່ຍິ່ງໃຫຍ່ ໃນວິວັດການເຊື່ອມໂຍງຂອງຊາວອົບພະຍົບ ແລະ ຊາວຫຼົບໄພເຂົ້າໃນສັງຄົມເຢຍລະມັນ, ພ້ອມທັງສະແດງຄວາມຫວັງວ່າ, ຊາວອົບພະຍົບຈະກຳແໜ້ນກາລະໂອກາດໃຫ້ເປັນຢ່າງດີ ເພື່ອສາມາດເຊື່ອມໂຍງສຳເລັດຜົນ.
ຕາມຂໍ້ກຳນົດໃໝ່, ໃນອະນາຄົດ, ຊາວອົບພະຍົບ ແລະ ຊາວຫຼົບໄພ ຈະໄດ້ຮັບການຮັບຮອງ ຖ້າຫາກຕອບສະໜອງເງື່ອນໄຂຢ່າງພຽງພໍ ແມ່ນສາມາດເລືອກບ່ອນຢູ່ອາໄສໄດ້ພາຍຫຼັງໄລຍະ 5 ປີ, ແທນທີ່ກຳນົດ 3 ປີ ໂດຍບໍ່ມີເງື່ອນໄຂຄືໃນປະຈຸບັນ. ຮ່າງກົດໝາຍໃໝ່ກໍຈະສ້າງວຽກເຮັດງານທຳຕື່ມອີກ 100.000 ວຽກ, ສ້າງກາລະໂອກາດຫຼານກວ່າໃຫ້ຊາວອົບພະຍົບ ແລະ ຊາວຫຼົບໄພເຊິ່ງໄດ້ຮັບການຮັບຮອງເຂົ້າຮ່ວມຕະຫຼາດວຽກເຮັດງານທຳຢູ່ເຢຍລະມັນ…