ລັດຖະມົນຕີກະຊວງປ້ອງກັນປະເທດຟູ່ງກວາງແທງຢ້ຽມຢາມຈີນ

ລັດຖະມົນຕີກະຊວງປ້ອງກັນປະເທດຟູ່ງກວາງແທງຢ້ຽມຢາມຈີນ - ảnh 1
ພົນ​ໂທ ຈ໋​າງກວານ​ແຈ໋ວນ ແລະ​ ​ພົນເອກ ຟູ່ງກວາງ​ແທງ
(ພາບ: ສຳ​ນັກ​ຂ່າວ​ສານ​ຊີນ​ຮ​ວາ)

(vovworld) - ໂດຍ​ໄດ້​ຮັບ​ຄ​ຳ​ເຊີນ​ຂອງ​ພົນ​ໂທ ຈ໋​າງກວານ​ແຈ໋ວນ, ກ​ຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ຈີນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ປ ຈີນ​, ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສ​ູງ ຫວຽດ​ນາມ ໂດຍ​ພົນເອກ ຟູ່ງກວາງ​ແທງ, ກຳ​ມະ​ການ​ກົມ​ການ​ເມືອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເປັນ​ຫົວ​ໜ້າ​ຢ້ຽມ​ຢາມ ສ​ປ ຈີນ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16 – 19/10.

        ກ​ານ​ຢ້​ຽມ​ຢາມ​ເພື່ອ​ແນ​ໃສ່​ສ້າ​ງ​ຄວາມ​ຮັບ​ຮູ​້​ລວມ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ສາ​ກົນ, ພາກ​ພື້ນ ແລະ ແຕ່​ລະ​ປະ​ເທດ​ພ້ອມ​ທັງ​ເຫັນ​ດີ​ເປັ​ນ​ເອ​ກະ​ສັນ​​ຕໍ່ບັນ​ດາ​ແຜນ​ນະ​ໂຍ​ບາຍ, ມາດ​ຕະ​ກາ​ນ​ຊຸກຍ​ູ້​ກາ​ນ​ພົວ​ພັນ​ປ້ອງ​ກັນ​ຊາດ 2 ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສືບ​ຕໍ່​ຢັ້ງ​ຢືນ​ການ​ຮ່ວມ​ມື​ປ້​ອງ​ກັນ​ຊາ​ດ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສ​ຳ​ຄັນ​ໃນ​ການ​ພົວ​ພັນ, ຮ່ວມ​ມື, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງ 2 ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ປອ​ດ​ໄສ, ເປັນ​ປົກ​ກະ​ຕິ, ຍາວ​ນານ.

 


ຂ່າວ/ບົດ​ອື່ນ