ລັດຖະມົນຕີການຕ່າງປະເທດກຸ່ມP5+1ໂຮມປະຊຸມກ່ອນກຳນົດເວລາສຸດທ້າຍ7/7

ລັດຖະມົນຕີການຕ່າງປະເທດກຸ່ມP5+1ໂຮມປະຊຸມກ່ອນກຳນົດເວລາສຸດທ້າຍ7/7 - ảnh 1
ການ​ເຈ​ລະ​ຈາ​ຢູ່ ວຽນ, ປະ​ເທດ​ໂອ​ຕ​ຣິດ​ໃນ​ວັນ​ທີ 6/7
(ພາບ: AFP/TTXVN)

(vovworld) – ວັນ​ທີ 6/7, ລັດ​ຖະ​ມົນ​ຕີ​ວ່າ​ການ​ບັນ​ດາ​ປະ​ເທດ​ໃນ​ກ​ຸ່ມ P5+1 (ເຊິ່ງ​ລວມ​ມີ: ອັງ​ກິດ, ຝ​ຣັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ເລີ່ມ​​ດຳ​ເນີນ​ຫານ​ປະ​ຊຸມ​ຢູ່​ວຽນ​, ປະ​ເທດ ໂອ​ຕ​ຣິດ. ການ​ກະ​ທຳ​ນີ້​ດຳ​ເນີນ​ໄປ​ກ່ອນ​ກຳ​ນົດ​ເວ​ລາ​ສຸດ​ທ້າຍ 1 ວັນ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຮອບ​ດ້ານ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ ພາຍຫຼັງເກືອບ 13 ປີ​ແຫ່ງ​ຄວາມ​ມະ​ນາ​ພະ​ຍາ​ຍາມ​ເຈ​ລະ​ຈາ. ປະ​ຈຸ​ບັນ, ບັນ​ດາ​ບັນ​ຫາ​ຫຍຸ້ງ​ຍາກ​ພ​ວມ​ກີດ​ຂວາງວິ​ວັດ​ການ​​ປັບ​ປຸງ​ຂໍ້​ຕົກ​ລົງປະ​ຫວັດ​ສາດ​ເຊິ່ງ​ລວມ​ມີ​ຄວາມ​ຄືບ​ໜ້າ ແລະ ການ​ກຳ​ນົດ​ເວ​ລາ​ຍຸບ​ເລີກ​ຄຳ​ສັ່ງ​ລົງ​ໂທດ ອີຣານ, ຄວາມ​ສາ​ມາດພັດ​ທະ​ນາ​ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ດ້ານ​ນິວ​ເຄຼຍ​ໃນ​ອະ​ນາ​ຄົດ​ຂອງ​ປະ​ເທດ ສ. ອິດ​ສະ​ລາມນີ້​ ແລະ ​ຂອບ​ເຂດ​​ສຳ​ພັດກັບ​ບັນ​ດາ​ຮາກ​ຖານ​ການ​ທະ​ຫານ​ຂອງ ອີ​ຣານ ຂອງ​ບັນ​ດາ​ພາ​ລະ​ກອນ​ ສ​ປ​ຊ.


ຂ່າວ/ບົດ​ອື່ນ