ລັດຖະມົນຕີການຕ່າງປະເທດ ອັກຊັງຕິນ Jorge Faurie: ຫວຽດນາມ ມີບົດບາດສຳຄັນໃນການພົວພັນສາກົນຂອງ ອັກຊັງຕິນ

(VOVWORLD) -ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນທີ່ສຸດ ຂອງ ອັກຊັງຕິນ, ໂດຍສະເພາະແມ່ນໃນຂົງເຂດການພົວພັນດ້ານເສດຖະກິດການຄ້າ.

ລັດຖະມົນຕີການຕ່າງປະເທດ ອັກຊັງຕິນ Jorge Faurie: ຫວຽດນາມ ມີບົດບາດສຳຄັນໃນການພົວພັນສາກົນຂອງ ອັກຊັງຕິນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອັກຊັງຕິນ Jorge Faurie ຕອບສຳພາດຕໍ່ສື່ມວນຊົນ

(ພາບ: TTXVN)

ຕອບສຳພາດຕໍ່ສື່ມວນຊົນເນື່ອງໃນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ທ່ານ ນາຍົກລັດຖະມົນຕີ ອັກຊັງຕິນ Mauricio Macri ໃນລະຫວ່າງວັນທີ 19 - 21 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອັກຊັງຕິນ Jorge Faurie ຢັ້ງຢືນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນທີ່ສຸດ ຂອງ ອັກຊັງຕິນ, ໂດຍສະເພາະແມ່ນໃນຂົງເຂດການພົວພັນດ້ານເສດຖະກິດການຄ້າ. ປັດຈຸບັນ, ສອງປະເທດພວມມີການແລກປ່ຽນດ້ານການຄ້າທີ່ສຳຄັນ ແລະ ເປັນການພົວພັນຮ່ວມມືທີ່ສາມາດເຕີບໂຕຢ່າງມີຄວາມໝາຍທີ່ສຸດ. ໃນ 10 ປີທີ່ຜ່ານມາ,  ບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ນັ້ນແມ່ນ ແບບຢ່າງສຳລັບ ອັກຊັງຕິນ.

        ທ່ານລັດຖະມົນຕີການຕ່າງປະເທດ ອັກຊັງຕິນ Jorge Faurie ຖືວ່າ: ຕ້ອງຍູ້ແຮງການຮ່ວມມືດ້ານເສດຖະກິດການຄ້າ ລະຫວ່າງ ສອງປະເທດເພື່ອນຳວົງເງິນແລກປ່ຽນຄ້າຂາຍລະຫວ່າງສອງຝ່າຍແມ່ນເກືອບ 3 ຕື້ USD ໃນປັດຈຸບັນ ຂຶ້ນເຖິງ 5 ຕື້ USD ໃນປີ 2020 ຫຼື 2021 ແລະ ສູ້ຊົນຈົນເຖິງປີ 2025 ບັນລຸໃຫ້ໄດ້ 10 ຕື້ USD. ພ້ອມນັ້ນ, ທ່ານຍັງສະແດງຄວາມປະທັບໃຈຕໍ່ການປ່ຽນແປງ ຢ່າງໃຫຍ່ຫຼວງຂອງ ປະເທດຊາດ ແລະ ຊາວຫວຽດນາມ, ເປັນຕົ້ນແມ່ນການປ່ຽນ ແປງໂສມໜ້າຂອງນະຄອນຫຼວງ ຮ່າໂນຍ ແລະ ບັນດາເຂດຕົວເມືອງໃຫຍ່ ຂອງ ຫວຽດນາມ ກໍ່ຄື ຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ໄດ້ຍົກຂຶ້ນຫຼາຍເທົ່າເມື່ອທຽບໃສ່ ກ່ອນນີ້20 ປີ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ