ລັດຖະມົນຕີການເງິນ ຫວຽດນາມ ເຮັດວຽກກັບ ປະທານທະນາຄານ ສູນກາງ ອາເມລິກາ

ລັດຖະມົນຕີການເງິນ ຫວຽດນາມ ເຮັດວຽກກັບ ປະທານທະນາຄານ ສູນກາງ ອາເມລິກາ - ảnh 1
ທ່ານນາງ​ປະທານ​ທະນາຄານ​ສະ​ສົມ​
ສະຫະລັດ​ອາ​ເມ​ລິກາ (FED) Janet Yellen
(ພາບອີນເຕີແນັດ)


(vovworld) - ວັນ​ທີ 11/03, ທ່ານ​ລັດຖະມົນຕີ​ການ​ເງິນ​ຫວຽດນາມ ດິງຕ໋ຽນຢຸງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານນາງ​ປະທານ​ທະນາຄານ​ສະ​ສົມ​ສະຫະລັດ​ອາ​ເມ​ລິກາ (FED) Janet Yellen. ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ ດິງຕ໋ຽນຢຸງ ​ໄດ້​ແລກປ່ຽນ​ກັບ​ທ່ານ​ປະທານ FED ກ່ຽວ​ກັບ​ສະພາບ​ເສດຖະກິດ​ມະຫາ​ພາກ ກໍ່​ຄື​ສະພາບ​ບໍລິຫານ​ງົບປະມານ, ການ​ເງິນ​ຂອງ​ຫວຽດນາມ ​ໃນ​ປີ 2013 ​ແລະ ກຳນົດ​ທິດ​ປີ 2014, ຕີ​ລາຄາ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ສະພາບ​ການ​ເຈລະຈາ​ສັນຍາ​ການ​ຄ້າ​​ເຂດມ​ປາຊີ​​ຟີ​ກ (TPP). ທ່ານ​ນາງ​ປະທານ Yellen ຖື​ວ່າ ​ໃນ​ອະນາຄົດ ຫວຽດນາມ​ຄວນ​ສ້າງ​ຕັ້ງ​ທະນາຄານ​ສູນ​ກາງ​ເອກະລາດ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ເງິນຕາ. ກໍ່ຕາມ​ທ່ານ​ນາງ​ແລ້ວ, ​ເລື່ອງ​ສ້າງ​ຕັ້ງ​ທະນາຄານ​ຄື FED ຢູ່​ອາ​ເມ​ລິ​ກາ, ຫວຽດນາມ ຈະ​ມີຄວາມ​ສະດວກ​ກວ່າ​ໃນ​ການ​ປະຕິບັດ​ຄາດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງປະຊາ​ຊົນ.

ຂ່າວ/ບົດ​ອື່ນ