ລັດເຊຍສະເໜີສປຊຮັບຮອງເອົາຖະແຫຼງການຮຽກຮ້ອງຢຸດຍິງຢູ່ຢູແກຼນຕາເວັນອອກ

ລັດເຊຍສະເໜີສປຊຮັບຮອງເອົາຖະແຫຼງການຮຽກຮ້ອງຢຸດຍິງຢູ່ຢູແກຼນຕາເວັນອອກ - ảnh 1
ຂະບວນລົດຂົນສົ່ງສິນຄ້າໜູນຊ່ວຍຂອງລັດເຊຍ
(ພາບ: AFP/TTXVN)

(vovworld) – ​ເພື່​ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ປະຊາຊົນ​ຢູ່​ບັນດາ​ທ້ອງ​ຖີ່​ນທາງ​ທິດຕາ​ເວັນ​ອອກ ຢູ​ແກຼນ, ລັດ​ເຊຍ ສະ​ເໜີ​ສະພາ​ຄວາມ​ໝັ້ນຄົງ ສປຊ ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮຽກຮ້ອງ​ຢຸດ​ຍິງ​ໃນ​ໄລຍະ​ເວລາ​ຂົນ​ສົ່ງ​ສິນຄ້າ​ໜູນ​ຊ່ວຍ​ໃຫ້​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ​ແກຼນ. ຖະ​ແຫຼ​ງການ​ໃນ​ວັນ​ທີ 21/8 ຂອງ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ຊີ້​ແຈ້ງ​ວ່າ: ມົດ​ສກູ ຊົມ​ເຊີຍ​ຂໍ້​ຕົກລົງ​ລວມລະຫວ່າງ​ບັນດາ​ຝ່າຍ​ກ່ຽວຂ້ອງ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ສິນຄ້າ​ໜູນ​ຊ່ວຍ​ເຖິງ ​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ​ແກຼນ ຕາມ​ເສັ້ນທາງ Izvarino – Lugansk ຢ່າ​ງຮີບ​ດ່ວນ. ຂໍ້​ຕົກລົງ​ນີ້​ບັນລຸ​ໄດ້​ພາຍຫຼັງ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ ​ເຊິ່ງລວມມີ: ການຈັດ​ຕັ້ງຂົນ​ສົ່ງ​ສິນ​ຄ້າ​ຄື ທັນ​ຍາ​ຫານ, ຢຸກຢາ ​ແລະ ບັນດາ​ວັດຖຸ​ອຸປະກອນ​ທີ່​ຈຳ​ເປັນ​ກໍ່​ຄື​ບັນດາ​ການ​ພົບ​ປະ​ຢ່າງຕັ້ງໜ້າຄັ້ງ​ຕ່າງໆ​ກັບ​ຝ່າຍ ຢູ​ແກຼນ, ຄະນະ​ກຳມະການກາ​ແດງສາກົນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ​ອື່ນໆ​ອີກ.


ຂ່າວ/ບົດ​ອື່ນ