ລັດເຊຍ - ຍີ່ປຸ່ນ ເຫັນດີເປັນເອກະສັນເຈລະຈາກ່ຽວກັບຜືນແຜ່ນດິນ

ລັດເຊຍ - ຍີ່ປຸ່ນ ເຫັນດີເປັນເອກະສັນເຈລະຈາກ່ຽວກັບຜືນແຜ່ນດິນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: AFP)

(vovworld) – ​ໃນ​ການ​ພົບ​ປະ​ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC), ຢູ່ ອິນ​​ໂດ​ເນ​ເຊຍ, ​ວັນ​ທີ 7/10, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ແລະ ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ມາ​ນະ​ພະຍາຍາມ​ບັນ​ລຸ​ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຜືນ​ແຜ່ນດິນ​ລະຫວ່າງ 2 ປະ​ເທດ, ​ເຊິ່ງບໍ່​ອາດ​ເຊັນ​ສົນທິສັນ​ຍາ​ສັນຕິພາບ​​ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 2 ​ໄດ້ຍ້ອນ​ການ​ພິດ​ພາດ​ທີ່​ກ່ຽວຂ້ອງ​ເຖິງ​ໝູ່​ເກາະ Kuril ​​ໃຕ້ ​ໂດຍ​ມົດ​ສະ​ກູ ຄວບ​ຄຸມ, ​ແຕ່​ໂຕ​ກຽວ​ກໍ່​ຖະ​ແຫຼ​ງອະທິປະ​ໄຕ ​ແລະ ​ເອີ້ນ​ວ່າ​ນີ້​ແມ່ນເຂດ​ດິນ​ແດນ​ທາງ​ທິດ​ເໜືອ. ຕາມ​ເຈົ້າ​ໜ້າ​ທີ່ ຍີ່ປຸ່ນ​ ​ແລ້ວ, ທ່ານ​ນາຍົກລັດຖະມົນຕີ Abe ​ເວົ້າ​ກັບ​ການ​ນຳ ລັດ​ເຊຍ ວ່າ: ທ່ານ​​ຢາກອອກ​ຄຳ​ສັ່ງ​ກັບບັນດາ​ລັດຖະມົນຕີ​ຂອງ​ຕົນ “​ເພີ່ມ​ທະວີ​ການ​ພົວພັນ​ລະ​ຫວ່າງ ຍີ່ປຸ່ນ - ລັດ​ເຊຍ”. ທ່ານ​ Abe ຢືນຢັນ​ວ່າ: ກອງ​ປະຊຸມ​ຂັ້ນ​ນັກວິຊາການ​ຄັ້ງ​ຕໍ່​ໄປ​ລະຫວ່າງ 2 ຝ່າຍ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​​​ໄວໆ​ນີ້.

    ທ່ານ​ປະທານາທິບໍດີ Putin  ​ເນັ້ນ​ໜັກ​ວ່າ: “ລັດ​ເຊຍ​ ຢາກ​ປຶກສາ​ຫາລື​ບັນຫາ​ນີ້​ຢ່າງ​ເຖິງ​ຖອງທີ່​ກອງ​ປະຊຸມ 2 +2 ​ໃນ​​ເດືອນ 11”.

ຂ່າວ/ບົດ​ອື່ນ