ລັດ​ເຊຍ ຫວັງ​ວ່າ ການ​ເຈ​ລະ​ຈາ​ກັບ ຢູ​ແກຼນ ຈະ​ບັ​ນ​ລຸ​ໝາກ​ຜົນ​ຕັ້ງ​ໜ້າ

(VOVWORLD) -ເຖິງວ່າບັ້ນການທະຫານພວມສືບຕໍ່ດຳເນີນໄປກໍຕາມ, ແຕ່ລັດເຊຍ ຍັງຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບວິວັດການທາງການທູດ.
ລັດ​ເຊຍ ຫວັງ​ວ່າ ການ​ເຈ​ລະ​ຈາ​ກັບ ຢູ​ແກຼນ ຈະ​ບັ​ນ​ລຸ​ໝາກ​ຜົນ​ຕັ້ງ​ໜ້າ - ảnh 1ການພົບປະກັບທ່ານເລຂາທິການໃຫຍ່  ສປຊ Antonio Guterres ແລະ ທ່ານປະທານາທິບໍດີ ລັດເຊຍ  Vladimir Putin (ພາບ: AFP)

ໃນການພົບປະກັບທ່ານເລຂາທິການໃຫຍ່  ສປຊ Antonio Guterres ຢູ່ມົດສະກູ ໃນວັນທີ 26 ເມສາ, ທ່ານປະທານາທິບໍດີ ລັດເຊຍ  Vladimir Putin ປະກາດວ່າ ລັດເຊຍ ແລະ ຢູແກຼນ ຈະສືບຕໍ່ເຈລະຈາຕາມຮູບແບບທາງໄກ. ທ່ານປະທານາທິບໍດີ Vladimir Putin ກໍສະແດງຄວາມຫວັງວ່າ ການເຈລະຈາຈະນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ ແລະ ຢຸດຕິການປະທະກັນຢູ່ ຢູແກຼນ; ພ້ອມທັງຊີ້ແຈ້ງວ່າ ເຖິງວ່າບັ້ນການທະຫານພວມສືບຕໍ່ດຳເນີນໄປກໍຕາມ, ແຕ່ລັດເຊຍ ຍັງຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບວິວັດການທາງການທູດ.

    ສ່ວນທ່ານເລຂາທິການໃຫຍ່ ສປຊ Antonio Guterres ອີກຄັ້ງໜຶ່ງໄດ້ຮຽກຮ້ອງໃຫ້ ມົດສະກູ ແລະ ກີແອບ ສົມທົບກັບ ສປຊ ເພື່ອແນໃສ່ສ້າງແລວຊ່ວຍເຫຼືອ ແລະ ຍົກຍ້າຍສາມັນຊົນຢູ່ ຢູແກຼນອອກຈາກເຂດສູ້ຮົບ. ໃນວັນດຽວກັນ, ສປຊ ກໍໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຫັນດີກ່ຽວກັບຫຼັກການເພື່ອໃຫ້ ສປຊ ແລະ ຄະນະກຳມະການສະພາກາແດງສາກົນ ດຳເນີນການຍົກຍ້າຍສາມັນຊົນອອກຈາກໂຮງງານ Azovstal ຢູ່ນະຄອນ Mariupol ຂອງ ຢູແກຼນ.

    ຕາມແຜນການແລ້ວ, ພາຍຫຼັງສິ້ນສຸດການຢ້ຽມຢາມ ລັດເຊຍ, ທ່ານ Antonio Guterres ຈະໄປ ຢູແກຼນ ແລະ ປະຊຸມກັບທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba, ກໍຄືພົບປະເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃນວັນທີ 28 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ