ລັດເຊຍ ແລະ ຕວັກກີ ເຫັນດີເປັນເອກະພາບສ້າງຕັ້ງສູນອາຍແກັດ
(VOVWORLD) -ວັນທີ 19 ຕຸລາ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ໃຫ້ຮູ້ວ່າ ທ່ານ ແລະ ຄູ່ຕຳແໜ່ງລັດເຊຍ Vladimir Putin ໄດ້ເຫັນດີເປັນເອກະພາບຕໍ່ເລື່ອງສ້າງຕັ້ງສູນອາຍແກັດຢູ່ ຕວັກກີ.
ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ແລະ ຄູ່ຕຳແໜ່ງລັດເຊຍ Vladimir Putin (ພາບ: TTXVN) |
ກ່າວຄຳເຫັນຕໍ່ສະມາຊິກລັດຖະສະພາ, ທ່ານປະທານາທິບໍດີ Tayyip Erdogan ຖະແຫຼງວ່າ ການນຳ ລັດເຊຍ ຢັ້ງຢືນ ເອີຣົບ ສາມາດຮັບອາຍແກັດຈາກສູນດັ່ງກ່າວໄດ້.
ໃນຂະນະນັ້ນ, ການນຳ 27 ປະເທດສະມາຊິກ ສະຫະພາບ ເອີຣົບ (ອີຢູ) ຈະຈັດກອງປະຊຸມສຸດຍອດ ໃນວັນທີ 20 – 21 ຕຸລາ ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ. ນີ້ແມ່ນກອງປະຊຸມສືບທອດຈາກກອງປະຊຸມສຸດຍອດບໍ່ເປັນທາງການ ເຊິ່ງດຳເນີນໃນວັນທີ 7 ຕຸລາ ຢູ່ Praha, ສ.ເຊັກໂກ, ບ່ອນທີ່ການນຳ ອີຢູ ໄດ້ປຶກສາຫາລືກ່ຽວກັບວິກິດການ ລັດເຊຍ - ຢູແກຼນ ກໍຄື ຜົນກະທົບຕໍ່ວິກິດການພະລັງງານ ແລະ ພື້ນຖານເສດຖະກິດຢູ່ ເອີຣົບ. ກອງປະຊຸມ ແມ່ນໂອກາດເພື່ອພິຈາລະນາມາດຕະການຕໍ່ໄປເຊິ່ງອາດຈະຊ່ວຍຫຼຸດລາຄາອາຍແກັດລົງ.