ລຸ່ນໜຸ່ມຕ້ອງກາຍເປັນກຳລັງປະຈັນບານເພື່ອ ປະກອບສ່ວນສ້າງສາ ປະເທດຊາດ

ລຸ່ນໜຸ່ມຕ້ອງກາຍເປັນກຳລັງປະຈັນບານເພື່ອ ປະກອບສ່ວນສ້າງສາ ປະເທດຊາດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພົບ​ປະ​ກັບ​
ຜູ້ຕາງໜ້າ​ຊາວ​ໜຸ່ມ​ດີ​ເດັ່ນ​ປະຕິບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ປະທານ​ໂຮ່ຈິ​ມິນ
(ພາບ: tienphong.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 16/08, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ຊາວ​ໜຸ່ມ​ດີ​ເດັ່ນ​ປະຕິບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ປະທານ​ໂຮ່ຈິ​ມິນ ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຊາວ​ໜຸ່ມ​ດີ​ເດັ່ນ ປະຕິບັດ​ຕາມ​ຄຳ​ສັ່ງ​ສອນຂອງ​ປະທານ​ໂຮ່ຈິ​ມິນ ທົ່ວ​ປະ​ເທດ​ຄັ້ງ​ທີ 3 ປີ 2014. ນີ້​ແມ່ນ​ບັນດາ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ບັນລຸ​ຜົນງານ​ດີ​ເດັ່ນ​ໃນ​ການ​ອອກ​ແຮງ​ງານ, ຮໍ່າຮຽນ, ບັນດາ​ແບບຢ່າງ​ດີ​ເດັ່ນ​ໃນ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າ​ງຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ, ​ໄດ້​ມີ​ການ​ປະກອບສ່ວນພໍ​ສົມຄວນ​ເຂົ້າໃນ​ວຽກ​ງານ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ໄວ​ໜຸ່ມ​ເຍົາວະ​ຊົນ, ມີ​ອິດທິຜົນ​ຊື່​ສຽງ ​ແລະ ມີ​ຜົນ​ສະທ້ອນຕັ້ງໜ້າ​ໃນໝູ່​​ໄວ​ໜຸ່ມ​ເຍົາວະ​ຊົນ ​ແລະ ສັງຄົມ​.

        ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ ຍິ່ງກວ່າ​ເວລາ​ໃດ​ໝົ​ດ ປະ​ເທດ​ພວມ​ຕ້ອງການ​ກຳລັງ​ໜຸ່ມ, ຕ້ອງ​ມີ​ຄວາມມຸ່ງ​ຫວັງປືນ​ຕົວ​ຂຶ້ນ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ລຸ່ນ​ໜຸ່ມຕ້ອງ​​ເບິ່ງ​ໄກ​ກວ່າ, ​ເປັນ​ກຳລັງ​ປະຈັນບານ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ບັນດາ​ຂົ​ງ​ເຂດ​ຫຍຸ້ງຍາກ​ທີ່​ສຸດ. ລຸ່ນໜຸ່ມ​ຕ້ອງ​ມານະ​ພະຍາຍາມ​ປືນ​ຕົວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ປະຕິບັດ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​​ໄໝ​​ໃຫ້​ບັນລຸສຳ​ເລັດ​ຜົນ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ, ​ເພື່ອ​ພັດທະນາ​ຂະ​ບວນການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ປະທານ​ໂຮ່ຈິ​ມິນ​ຢ່າງ​​ເລິກ​ເຊິ່ງກວ້າງ​ແຂວງ ​ແລະ ມີ​ປະສິດທິ​ຜົນ​, ສະມາຊິກ​ຊາວ​ໜຸ່ມ​ແຕ່​ລະ​ຄົນ, ພິ​ເສດ​ແມ່ນ​ພະນັກງານ​ຊາວ​ໜຸ່ມ ຕ້ອງ​ເສີມ​ຂະຫຍາຍ​ລັກສະນະ​ເປັນ​ແບບຢ່າງ, ສະຕິ​ຕື່ນ​ຕົວ, ຄຸນ​ນະ​ທາດ ​ແລະ ກຳລັງ​ຄວາມ​ສາມາດ. ທ່ານ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ ບັນດາ​ຜູ້​ແທນ​ດີ​ເດັ່ນ ຈະ​​ແມ່ນ​ແກ່ນສານ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ທີ່​ບັນລຸ​ໄດ້, ນຳ​ການ​ເຄື່ຶອນ​ໄຫວ​ເຂົ້າ​ສູ່ຄວາມ​ເປັນ​ຈິງ, ບັນລຸ​​ຜົນງານ​ໃນ​ວຽກ​ງານ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່​​​ໃຫ້​ໄດ້​ຫຼາຍ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ