ລີບັງ, ຊີຣີ, ອີຢິບ ລົງນາມໃນຂໍ້ຕົກລົງຂົນສົ່ງນ້ຳມັນອາຍແກັດ

(VOVWORLD) -ວັນ
ທີ 21 ມິຖຸນາ, ລີບັງ, ຊີຣີ ແລະ ອີຢິບ ໄດ້ລົງນາມຂໍ້ຕົກລົງຂົນສົ່ງນ້ຳມັນອາຍແກັດ 650 ແ
ມັດກ້ອນ ໃນແຕ່ລະປີຈາກ ອີຢິບ ໄປ ລີບັງ ຜ່ານ ຊີຣີ.
ລີບັງ, ຊີຣີ, ອີຢິບ ລົງນາມໃນຂໍ້ຕົກລົງຂົນສົ່ງນ້ຳມັນອາຍແກັດ - ảnh 1ຕາມຂໍ້ຕົກລົງ, ນ້ຳມັນອາຍແກັດຈະໄດ້ຂົນສົ່ງຜ່ານລະບົບທໍ່ສົ່ງເຖິງໂຮງງານໄຟຟ້າ Deir Ammar
(ພາບ: Reuters)

ຕາມຂໍ້ຕົກລົງ, ນ້ຳມັນອາຍແກັດຈະໄດ້ຂົນສົ່ງຜ່ານລະບົບທໍ່ສົ່ງເຖິງໂຮງງານໄຟຟ້າ Deir Ammar ທາງພາກເໜືອ ລີບັງ, ເຊິ່ງແມ່ນເຂດສາມາດຜະລິດໄຟຟ້າຕື່ມ 450 ເມກາວັດ. ປະຈຸບັນ, ກຳລັງການຜະລິດຢູ່ບໍລິສັດໄຟຟ້າແຫ່ງລັດ ລີບັງ ພວມຢູ່ໃນລະດັບເທົ່າກັບການຊົມໃຊ້ໄຟຟ້າ 2-3 ຊົ່ວໂມງໃນແຕ່ລະວັນ, ເຮັດໃຫ້ຫຼາຍຄົນຕ້ອງນຳໃຊ້ເຄື່ອງຈັກປັ່ນໄຟຟ້າ ດ້ວຍລາຄາແພງ.

        ຂໍ້ຕົກລົງດັ່ງກ່າວແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງ ອາເມລິກາ ເພື່ອແນໃສ່ແກ້ໄຂສະພາບຂາດໄຟຟ້າຢູ່ ລີບັງ, ຕາມນັ້ນແລ້ວ ສົ່ງໄຟຟ້າຈາກ ຈໍແດນ ໄປ ລີບັງ ແລະ ຂົນສົ່ງນ້ຳມັນອາຍແກັດທຳມະຊາດຈາກ ອີຢິບ ເຖິງ ລີບັງ, ທັງ 2 ລ້ວນແຕ່ໄປຜ່ານ ຊີຣີ. ດ້ວຍແຜນການດັ່ງກ່າວ, ຈະມີໄຟຟ້າສົ່ງເຂົ້າຕາໜ່າງໄຟຟ້າຂອງ ລີບັງ ຕື່ມອີກ 700 ເມກາວັດ.

ຕອບກັບ

ຂ່າວ/ບົດ​ອື່ນ