ລາຍການດົນຕີເພື່ອການກຸສົນເນື່ອງໃນໂອກາດລະດູບານໃໝ່ 2018 ຢູ່ມົດສະກູ, ສະຫະພັນລັດເຊຍ

(VOVWORLD) - ລາຍການເພື່ອແນໃສ່ບໍລິຈາກເງິນສະໜັບສະໜູນບັນດາພໍ່ຄ້າ ແມ່ຄ້າຊາວ ຫວຽດນາມ ທີ່ຖືກຜົນສະທ້ອນຢ່າງໜັກຈາກເຫດອັກຄີໄຟທີ່ເກີດຂຶ້ນຢູ່ເຂດຕະຫຼາດ ຫວຽດນາມ ຂຶ້ນກັບນະຄອນ Orenburg - ລັດເຊຍ ເມື່ອຕົ້ນເດືອນທັນວາ

ຕອນຄ່ຳວັນທີ 29 ທັນວາ, ຢູ່ສູນການຄ້າ ຮ່າໂນ້ຍ - ມົດສະກູ, ສະຫະພັນລັດເຊຍ, ໄດ້ດຳເນີນລາຍການດົນຕີເພື່ອການກຸສົນ “ລະດູບານໃໝ່ 2018”. ລາຍການເພື່ອແນໃສ່ບໍລິຈາກເງິນສະໜັບສະໜູນບັນດາພໍ່ຄ້າ ແມ່ຄ້າຊາວ ຫວຽດນາມ ທີ່ຖືກຜົນສະທ້ອນຢ່າງໜັກຈາກເຫດອັກຄີໄຟທີ່ເກີດຂຶ້ນຢູ່ເຂດຕະຫຼາດ ຫວຽດນາມ ຂຶ້ນກັບນະຄອນ Orenburg - ລັດເຊຍ ເມື່ອຕົ້ນເດືອນທັນວາ; ຊ່ວຍເຫຼືອ ບັນດາແມ່ຫວຽດນາມ ວິລະຊົນ, ເດັກພິການ, ເດັກກຳພ້າກຳພອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບາງແຂວງ, ນະຄອນຂອງ ຫວຽດນາມ. ທ່ານນາງ ຟ້າມທິແອວງ, ປະທານສະຫະພັນແມ່ຍິງສາຂາສູນການຄ້າ ມົດສະກູ, ໃຫ້ຮູ້ວ່າ: ຍອດຈຳນວນເງິນບໍລິຈາກທີ່ໄດ້ໃນຄ່ຳຄືນນີ້ແມ່ນ 121.000 ຣູບ, ສະມາຄົມຈະໄດ້ສົ່ງກັບເມື່ອປະເທດມອບໃຫ້ບັນດາທ້ອງຖິ່ນທີ່ຕ້ອງການມີການຊ່ວຍເຫຼືອ. ຄຽງຄູ່ກັນນັ້ນ, ສະຫະພັນໄດ້ມີແຜນການຈະສົ່ງເຂົ້າສານ 100 ເປົາ, ລວມມູນຄ່າ 100.000 ຣູບ, ຊ່ວຍເຫຼືອບັນດາພໍ່ຄ້າ ແມ່ຄ້າຊາວ ຫວຽດນາມ ຖືກເສຍຫາຍຍ້ອນເຫດອັກຄີໄຟຢູ່ຕະຫຼາດຂອງ ຫວຽດນາມ ທີ່ນະຄອນ Orenburg - ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ