ລາຍການພົບປະແລກປ່ຽນສະແດງສິລະປະ“ປະເທດຊາດຈາລຶກຄຸນງາມຄວາມດີຕະຫລອດໄປ”

ພິທີສະເຫຼີມສະຫຼອງ 69 ປີແຫ່ງວັນທະຫານເສຍອົງຄະ -
ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2016)
(ພາບ: ໜັງສືພິມປະຊາຊົນ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2016). ຕອນຕ່ຳວັນທີ 21/07 ຢູ່ຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຄົ້ນຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສິລະປະ “ປະເທດຊາດຈາລຶກຄຸນງາມຄວາມດີຕະຫລອດໄປ” ເພື່ອຕອບບຸນແທນຄຸນບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ເຊິ່ງໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອພາລະກິດປະຕິວັດຂອງປະເທດຊາດ. ເຂົ້າຮ່ວມລາຍການມີທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ. ໃນລາຍການ, ບັນດາຜູ້ແທນ ແລະ ຜູ້ຊົມໄດ້ຮັບຊົມຮູບເງົາສາລະຄະດີທີ່ເຕັມໄປດ້ວຍຄວາມຕື່ນຕັນໃຈກ່ຽວກັບມູນເຊື້ອຮັກຊາດ, ຄວາມເສຍສະຫຼະຊີວິດທີ່ພິລະອາດຫານຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ...ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງກໍ່ໄດ້ມອບຂອງຂວັນໃຫ້ບັນດາແມ່ຫວຽດນາມ ວິລະຊົນ.