ລາຍການສິລະປະສຽງເພງກ່່ຽວກັບສາຍພູຫລວງ
|
(vovworld)- ເພື່ອຂ່ຳນັບຮັບຕ້ອນ 72 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ “22/12/1944-22/12/2016”,70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ (19/12/1946-19/12/2016), ຕອນຄ່ຳວັນທີ 19/12 ທີ່ ໂຮງລະຄອນວິທະຍຸກະຈາຍສຽງຫວຽດນາມ ຢູ່ ຮ່າໂນ້ຍ ໄດ້ດຳເນີນລາຍການພົວພັນແລກປ່ຽນສິລະປະ “ສຽງເພງກ່່ຽວກັບສາຍພູຫລວງ”. ລາຍການນີ້ໂດຍວາລະສານໂຄສະນາສຶກສາສູນກາງ, ຊ່ອງໂທລະພາບ VOVTV ຈັດຕັ້ງ ເພື່ອສະແດງຄວາມຮູ້ບຸນຄຸນ, ເຊີດຊູບັນດາວິລະຊົນທີ່ໄດ້ເສຍສະຫລະຊີວິດຢູ່ເສັ້ນທາງສາຍພູຫລວງເພື່ອພາລະກິດປົດປ່ອຍຊາດ. ລາຍການສິລະປະດັ່ງກ່າວໄດ້ເຮັດໃຫ້ຜູ້ຊົມມີໂອກາດຫວນຄືນບັນດາຂີດໝາຍປະຫວັດສາດຂອງຊາດ, ພົວພັນແລກປ່ຽນກັບບັນດາຕົວພະຍານປະຫວັດສາດ ແລະ ຮັບຊົມບັນດາບົດເພງປະຕິວັດ. ມີຄວາມເປັນກຽດເຂົ້າຮ່ວມລາຍການ, ນັກຮ້ອງ, ນັກຮົບ ຫງວຽນແອງຕວນ, ໂຮງລະຄອນສິລະປະດົນຕີ ກອງທັບໃຫ້ຮູ້ວ່າ:
“ເມື່ອໄດ້ເຂົ້າຮ່ວມລາຍການນີ້ ແມ່ນເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ບັນດານັກຮົບຄືພວກຂ້າພະເຈົ້າມີຄວາມຕື້ນຕັນໃຈ ແລະ ເອກອ້າງທະນົງໃຈທີ່ສຸດ. ພິເສດ, ເຂົ້າຮ່ວມລາຍການນີ້ຍັງມີບັນດານາຍພົນ, ນັກຮົບເກົ່າໃນເມື່ອກ່ອນໄດ້ພ້ອມກັນທົບທວນຄືນບັນດາອະນຸສອນໃນຊຸມປີແຫ່ງການຕໍ່ຕ້ານ.”