ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2020

(VOVWORLD) - ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2020 ໄດ້ດຳເນີນໃນວັນທີ 18 ມັງກອນ, ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງຂຶ້ນ.

ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2020 - ảnh 1

ຄະນະພໍ່ແມ່ປະຊາຊົນຊາວ ຫວຽດນາມ  ອາໄສຢູ່ຕ່າງປະເທດເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ (ພາບ: TTXVN)

ລາຍການທີ່ໄດ້ຈັດຂຶ້ນໃນທຸກໆປີນີ້ ໄດ້ກາຍເປັນເຫດການໃຫຍ່, ໄດ້ຮັບຄວາມລໍຄອຍຈາກປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດບຸນເຕັດ, ລະດູບານໃໝ່ວຽນມາ. ຕີລາຄາກ່ຽວກັບຄວາມໝາຍຂອງລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ, ທ່ານເອກອັກຄະລັດຖະທູດ ເລືອງແທັງງິ, ຮອງປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ຮູ້ວ່າ:

        “ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນແມ່ນລາຍການທີ່ມີຄວາມໝາຍສຳລັບພໍ່ແມ່ປະຊາຊົນທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ປະເທດຊາດ. ປີນີ້ ແມ່ນປີທີ 12 ທີ່ລາຍການໄດ້ຮັບການຈັດຕັ້ງຂຶ້ນ. ກ່ອນອື່ນໝົດ ມັນສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດເຮົາຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ບົນເນື້ອໃນຈິດໃຈແມ່ນປະຊາຄົມບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ແມ່ນແຫຼ່ງກຳລັງ. ສິ່ງພິເສດແມ່ນພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດມີໂອກາດໄດ້ພົບປະກັບການນຳພັກ, ລັດ, ທ້ອງຖິ່ນ ເພື່ອສະເໜີຄວາມໃນໃຈ, ຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຕົນ ແລະ ຊອກຮູ້ກາລະໂອກາດການລົງທຶນ, ດຳເນີນທຸລະກິດຢູ່ພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ